ການຮ່ວມມືລະຫວ່າງ ສະພາແຫ່ງຊາດຫວຽດ ນາມ -ສະຫະພັນລັດເຊຍ


ການຮ່ວມມືລະຫວ່າງ ສະພາແຫ່ງຊາດຫວຽດ ນາມ -ສະຫະພັນລັດເຊຍ - ảnh 1
(
ພາບ: TTXVN)

 (vovworld)- ​​ ວັນ​ທີ 17/4, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ຄະນະ​ຜູ້​ແທນ​ກຳມາ​ທິການ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ​ຂອງສະພາ​ແຫ່ງ​ຊາດ​ ​ໂດຍ​ທ່ານ​ປະທານ​ຟານ​ຊວນ​ຢຸງ ນຳ​ໜ້າ ​ໄດ້​ມີ​ການ​ພົບ​ປະ​ສົນທະນາ​ກັບ​ຄະນະ​ຜູ້​ແທນ​ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ ​ໂດຍ​ທ່ານ​ປະທານ​ກຳມາ​ທິການ​ພະລັງງານດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ, ປະທານ​ກຸ່ມ ສສຊ ມິດຕະພາບ ລັດ​ເຊຍ-​ຫວຽດນາມ Levchenko Sergey Georgievic ນຳໜ້າ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ໃນ​ບັນດາ​ຂົງ​ເຂດເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ. ສອງ​ຝ່າຍ​ກໍ່​ຖື​ວ່າ: ຕ້ອງຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ຕິດຕາມ​ກວດກາ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ແລ້ວ, ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ຄະນະ​ຜູ້​ແທນ​ຂັ້ນກຳມາ​ທິການ, ກຸ່ມ ສສຊ ມິດຕະພາບ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ລັດຖະສະພາ. ສອງ​ຝ່າຍ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຂໍ້ຕົກລົງ​ຮ່ວມ​ມື​ໃນ​ແຕ່ລະ​ປີ​ທີ່​ໄດ້​ໃຫ້​ຄຳໝັ້ນສັນຍາ, ​ແລກປ່ຽນ​ບົດຮຽນ​ນິຕິບັນຍັດ, ຕິດຕາມ​ກວດກາ​ບັນດາ​ໂຄງການ​ໃຫ່ຍ; ສົມທົບ​ກັນ​ສ້າງ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ໃນ​​ໄລຍະ​ຈະ​ມາ​ເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ