ການຮ່ວມມືລະຫວ່າງກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດ ກັບ ກະຊວງປ້ອງກັນປະເທດ

ການຮ່ວມມືລະຫວ່າງກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດ ກັບ ກະຊວງປ້ອງກັນປະເທດ - ảnh 1
ການ​ຮ່ວມ​ມືລະ​ຫວ່າງ​​ກຳມາທິການ​ປ້ອງ​ກັນ​ຊາດ
ປ້ອງ​ກັນຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ ກັບ ກະຊວງປ້ອງ​ກັນ​ປະ​ເທດ
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 28/11, ທີ່ ຮ່າ​ໂນ​້ຍ, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ໄດ້ມາ​ເຂົ້າຮ່ວມ ​ແລະ ​ເປັນ​ສັກຂີ​ພິຍານພິທີ​ລົງ​ນາມ​ກົດ​ລະບຽບສົມທົບ​ກັນປະຕິບັດ​​ງານ​ລະຫວ່າງກຳມາທິການ​ປ້ອງ​ກັນ​ຊາດ ປ້ອງ​ກັນຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ ກັບ ກະຊວງປ້ອງ​ກັນ​ປະ​ເທດ. ຕາມ​ນັ້ນ, ກຳມາທິການ​ປ້ອງ​ກັນ​ຊາດ ປ້ອງ​ກັນຄວາມ​ສະຫງົບພ້ອມ​ກັບ ກະຊວງປ້ອງ​ກັນ​ປະ​ເທດຈະ​ສົມທົບ​ກັນ​ໃນ​ບັນດາ​ເນື້ອ​ໃນ​ລາຍ​ລະອຽດຄື: ສະ​ເໜີລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ; ​ຮຽບຮຽງ; ກວດກາ; ຮັບຮອງ​​ເອົາ​ຮ່າງ​ກົດໝາຍ, ລັດຖະບັນຍັດ, ຮ່າງມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ ປະຈຳ​ສະພາ​ແຫ່ງ​ຊາດ; ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ, ລັດຖະບັນຍັດ, ມະຕິ; ການຈັດ​ແກ້​ໃບ​ຮ້ອງທຸກຮ້ອງ​ຟ້ອງ, ກ່າວປະນາມ​ຂອງ ພົນລະ​ເມືອງ ​ແລະ ​​ເປັນເສນາ​ທິການ, ສະ​ເໜີ​ຕໍ່ພັກ, ລັດກ່ຽວກັບ​ວຽກງານ​ປ້ອງ​ກັນ​ປະ​ເທດ.

ຂ່າວ/ບົດ​ອື່ນ