ການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນກັບປະຊາຊົນພັດທະນາເສດຖະກິດ,ສັງຄົມ

ການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນກັບປະຊາຊົນພັດທະນາເສດຖະກິດ,ສັງຄົມ - ảnh 1
ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ລອງໂຄດ
(ພາບ: Trọng Đức/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 21/1, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ, ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ອວຍພອນ​ປີ​​ໃໝ່​ປະຈຳ​ຊາດ ພະນັກງານ, ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ລອງ​​ໂຄດ ຂຶ້ນ​ກັບ​ຕາ​ແສງ ທ໋າຍບີ່​ງຈູງ, ​ເມືອງ ຫວີງ​ຮືງ, ​ແຂວງ ລອງ​ອານ​, ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014. ນະ​ທີ່​ນີ້, ທ່ານ ​ເລ​ຮົ່ງ​ແອ​ງ ຢືນຢັນ​ຄວາມ​ສາມັກຄີ​ດ, ການ​ສະໜິດຕິດ​ພັນ​ລະຫວ່າງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ກັບ​ປະຊາຊົນ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ປະກອບສ່ວນ​ພັດທະນາ​ເສດຖະກິດ, ວັດທະນະທຳສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ​ໃນ​ປອດ​ໄພ​ໃນເຂດ​ຊາຍ​ແດນ. ຜ່ານ​ນັ້ນ, ​ໄດ້​ປະກອບ​ສ່ວນ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ອະທິປະ​ໄຕ, ຄວາມ​ສະຫງົບ​ເຂດ​ຊາຍ​ແດນ. ທ່ານ ​ເລ​ຮົ່ງ​ແອ​ງ ​ໄດ້​ສະ​ເໜີ​ໃຫ້​ພະນັກງານ, ນັກຮົບ​ທະຫານ​ປ້ອງກັນຊາ​ຍ​ແດນ ຍົກ​ສູງ​ຈິດ​ໃຈ​ລະວັງຕົວ​ເປັນ​ປະຈຳ, ຮັບ​ມື​ກັບ​ທຸກໆ​ສະຖານະ​ການ​ເພື່ອ​ປົກ​ປ້ອງຄວາມ​ສະຫງົບ, ອະທິປະ​ໄຕ​ເຂດ​ຊາຍ​ແດນ, ຜືນ​ແຜ່ນດິນ​ຢ່າງ​ມີ​ໄຊ.

 


ຂ່າວ/ບົດ​ອື່ນ