ການຮ່ວມມືລະຫວ່າງຫວຽດນາມແລະອາເມລິກາໃນການຫນູນຊ່ວຍກົດໝາຍ

ການຮ່ວມມືລະຫວ່າງຫວຽດນາມແລະອາເມລິກາໃນການຫນູນຊ່ວຍກົດໝາຍ - ảnh 1
ທ່ານ​ນາງ Clare Pierangelo
ພາບ:internet


(vovworld)-ຕອນ​ເຊົ້າ​ວັນ​ທີ 26/8,ຢູ່​ ຮ່າ​ໂນ້ຍ, ກະຊວງ​ຍຸຕິ​ທຳ ສົມທົບ​ກັບ​ອົງການ​ພັດທະນາ​ສາກົນ​ ອາ​ເມ​ລິ​ກາ USAID ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ໂຄງການ​ຫນູນ​ຊ່ວຍ​ການ​ປະຕິບັດ​ກົດໝາຍ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​​ໂລກ. ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ປະກອບ​ສວ່ນຫນູນ​ຊ່ວຍ​ຫວຽດນາມ ສືບ​ຕໍ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ ​ແລະ ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ຈາກ​ນັ້ນ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ່​ແກ່​ປະຊາຊົນ, ວິ​ສາ​ຫະກິດ​ຫວຽດນາມ ກໍ​ຄື ບັນດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະຫລຸບ​ໂຄງການ, ທ່ານ​ນາງ Clare Pierangelo ອຸປະ​ທູດ​ຊົ່ວຄາວ​ ສະຫະລັດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ ​ເນັ້ນ​ຫນັກ​ວ່າ:

        “ສະພາ​ແຫ່ງ​ຊາດ, ຫ້ອງການ​ລັດຖະບານ ​ແລະ ກະຊວງ​ຍຸຕິ​ທຳ​ແມ່ນ​ບັນດາ​ອົງການ​ນຳ​ຫນ້າ​ໃນ​ການ​ຍົກ​ສູງ​ລັກສະນະ​ໂປ່​ງ​ໃສ​ຂອງ​ລະບົບ​ກົດໝາຍ ​ແລະ ​ໄດ້​ນຳ​ໃຊ້​ການ​ຫນູນ​ຊ່ວຍ​ຂອງ​​ໂຄງການ​ດັ່ງກ່າວ​ຢ່າງ​ມີ​ປະສິດທິ​ຜົນ. ກ່ອນ​ນີ້ ຂໍ້​ມູນ​ຂ່າວສານ​ດ້ານ​ກົດໝາຍ​ຍັງ​ຂາດ​ແຄນ, ປະຈຸ​ບັນ ຂໍ້​ມູນ​ຂ່າວສານ​ດັ່ງກ່າວ​ໄດ້​ຮັບ​ການ​ປະກາດ​ຢ່າງ​ກວ້າງຂວາງ​ທາງ​ອິນ​ເຕີ​ແນັດ​ແລ້ວ ​ແລະ ​ເອກະສານ​ນິຕິ​ກຳ​ທັງ​ໝົດ​ໄດ້​ຮັບ​ການ​ປະກາດ​ຢ່າງ​ກວ້າງຂວາງ ​ແລະ ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ຢ່າງ​ເປີດ​ເຜີຍ.”

ຂ່າວ/ບົດ​ອື່ນ