ການ​ຮ່ວມ​ມື​ສິງ​ກະ​ໂປ - ຫວຽດ​ນາມ ອີງ​ໃສ່​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ

(VOVWORLD) -ໃນລະຫວ່າງວັນທີ 24 – 26 ກຸມພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ສິງກະໂປ.

ການ​ຮ່ວມ​ມື​ສິງ​ກະ​ໂປ - ຫວຽດ​ນາມ ອີງ​ໃສ່​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan (ພາບ: TTXVN)

ຕີລາຄາກ່ຽວກັບຄວາມໝາຍຂອງການຢ້ຽມຢາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan ຊີ້ແຈ້ງວ່າ ການຢ້ຽມຢາມຄັ້ງນີ້ແມ່ນໂອກາດເພື່ອຢັ້ງຢືນຄືນໃໝ່ການພົວພັນສອງຝ່າຍຢ່າງໝັ້ນແກ່ນລະຫວ່າງ ສິງກະໂປ ແລະ ຫວຽດນາມ, ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ແລະ ປຶກສາຫາລືບັນດາວິທີການເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍໃນໄລຍະການຟື້ນຟູພາຍຫຼັງໂຄວິດ - 19. ສິງກະໂປ ຢາກຮັກສາການພົວພັນຄູ່ຮ່ວມມືກັບ ຫວຽດນາມ ໃນອະນາຄົດດ້ວຍການເປີດກ້ວາງໄປສູ່ຂົງເຂດທີ່ຫາກໍ່ພົ້ນເດັ່ນຂຶ້ນ ແລະ ການຮ່ວມມືໃນໄລຍະໃໝ່ ຂອງວິວັດການພັດທະນາ, ໃນນັ້ນມີ 2 ຂົງເຂດພົ້ນເດັ່ນໃນການພົວພັນສອງປະເທດນັ້ນແມ່ນ: ການຮ່ວມມືດ້ານເສດຖະກິດດີຈີຕອນ ແລະ ການພັດທະນາແບບຍືນຍົງ.

ໃນຂະນະນັ້ນ, ທ່ານຮອງສາດສະດາຈານ ອູມິນຈຽງ, ນັກຊ່ຽວຊານໂຮງຮຽນນະໂຍບາຍສາທາລະນະ ຫຼີກຸງຢູ່ ສັງກັດ ມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ຖືວ່າ ການຢ້ຽມຢາມແມ່ນ ເຫດການພິເສດທີ່ສຸດ ແລະ ໄດ້ຮັບຄວາມລໍຄອຍຢູ່ ສິງກະໂປ”. ຕາມນັກຊ່ຽວຊານທ່ານນີ້ແລ້ວ, ໄລຍະຈະມາເຖິງ, ສອງຝ່າຍຄວນສ້າງການພົວພັນທີ່ເປັນແບບຢ່າງ ກ່ຽວກັບຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ເສດຖະກິດ ແລະ ການພົວພັນລະຫວ່າງປະຊາຊົນສອງປະເທດນຳກັນ ເພື່ອສືບຕໍ່ປັບປຸງການພົວພັນທາງການທູດອັນດີງາມໃນຕະຫຼອດຊຸມປີທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ