ການ​ຮ່ວມ​ມື​ອາຊຽນ - ຈີນ: ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີດ​ເຮັ່ງ​ຂອງ​ພາກ​ພື້ນ

(VOVWORLD) - ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ຫວຽດນາມ ເນັ້ນໜັກວ່າ: ໄປຄຽງຄູ່ກັບຄວາມໝາຍຂອງການສະເຫຼີມສະຫຼອງ ແລະມີລັກສະນະເປັນຂີດໝາຍແລ້ວ, ບັນດາກອງປະຊຸມນີ້ກໍ່ແມ່ນໂອກາດ ເພື່ອໃຫ້ບັນດາລັດຖະມົນຕີກະຊວງການຕ່າງປະເທດ ກວດກາຄືນ, ຕີລາຄາການຮ່ວມມື, ແລກປ່ຽນ, ສະເໜີບັນດາກຳນົດທິດເພື່ອແນໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ອາຊຽນ - ຈີນ
ການ​ຮ່ວມ​ມື​ອາຊຽນ - ຈີນ: ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີດ​ເຮັ່ງ​ຂອງ​ພາກ​ພື້ນ - ảnh 1ກອງປະຊຸມພິເສດລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ (ພາບ: TTXVN)

ກອງປະຊຸມພິເສດລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນໄດ້ຮັບການຈັດຂຶ້ນໃນວັນທີ 7 ມິຖຸນາ 2021 ຢູ່ ຈູງກີງ (ປະເທດຈີນ), ເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື ອາຊຽນ - ຈີນ (1991 - 2021). ໃນໂອກາດນີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ນ້ຳຂອງ - ລ້ານຊ້າງ ຄັ້ງທີ 6 (MLC - 6) ກໍ່ໄດ້ຈັດຕັ້ງໃນວັນທີ 8 ມິຖຸນາ 2021 ໂດຍໄດ້ສ້າງຂີດໝາຍ 5 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງກົນໄກຮ່ວມມື MLC. ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ.

ໂດຍຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ກ່ຽວກັບໝາກຜົນຂອງກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ຫວຽດນາມ ເນັ້ນໜັກວ່າ: ໄປຄຽງຄູ່ກັບຄວາມໝາຍຂອງການສະເຫຼີມສະຫຼອງ ແລະມີລັກສະນະເປັນຂີດໝາຍແລ້ວ, ບັນດາກອງປະຊຸມນີ້ກໍ່ແມ່ນໂອກາດ ເພື່ອໃຫ້ບັນດາລັດຖະມົນຕີກະຊວງການຕ່າງປະເທດ ກວດກາຄືນ, ຕີລາຄາການຮ່ວມມື, ແລກປ່ຽນ, ສະເໜີບັນດາກຳນົດທິດເພື່ອແນໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ອາຊຽນ - ຈີນ ແລະ ກົນໄກ MLC ໃນໄລຍະຈະມາເຖິງໃຫ້ຫຼາຍກ່ວາອີກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາວັດທະນາຖາວອນຢູ່ພາກພື້ນ. ອາດເຫັນໄດ້ວ່າ, ກອງປະຊຸມຄັ້ງນີ້ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ ແລະ ສຳຄັນຫຼາຍຢ່າງ.

 ເມື່ອຕີລາຄາກ່ຽວກັບການປະກອບສ່ວນຂອງຄະນະຜູ້ແທນ ຫວຽດນາມ ຢູ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກ໊ວກຢຸງ ໃຫ້ຮູ້ວ່າ: ນັບແຕ່ຫົວທີ, ຫວຽດນາມໄດ້ສະໜັບສະໜູນຂໍ້ສະເໜີຂອງ ຈີນ ກ່ຽວກັບການຈັດຕັ້ງບັນດາກອງປະຊຸມພິເສດ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ແລະ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແມ່ນ້ຳຂອງ - ລ້ານຊ້າງຄັ້ງທີ 6.

    ທີ່ກອງປະຊຸມພິເສດຄັ້ງນີ້, ທ່ານ ບຸຍແທັງເຊີນ ໄດ້ກ່າວຄຳເຫັນຢັ້ງຢືນວ່າ ບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະ 30 ປີທີ່ຜ່ານມາ ແມ່ນສິ່ງພິສູດໃຫ້ເຫັນການພົວພັນຄູ່ຮ່ວມມືແບບຍືນຍົງ, ມີຄວາມໄວ້ເນື້ອເຊື່ອໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດຂອງ ອາຊຽນ ແລະ ຈີນ.

ເມື່ອແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນ, ທ່ານ ບຸຍແທັງເຊີນ ຖືເປັນສຳຄັນເລື່ອງອາຊຽນ ແລະ ຈີນ ຕ້ອງມານະພະຍາຍາມຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ເຄົາລົບກົດໝາຍຢູ່ພາກພື້ນ, ຜ່ານການກະທຳທີ່ມີຄວາມຮັບຜິດຊອບ ແລະ ການຮ່ວມມືທີ່ມີເຈດຕະນາດີ, ອົດກັ້ນ, ແກ້ໄຂບັນດາຄວາມຂັດແຍ້ງກັນ, ຄວາມແຕກໂຕນກັນໂດຍສັນຕິວິທີ. ທ່ານ ກໍ່ຢັ້ງຢືນວ່າ, ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດ ອາຊຽນ ແລະ ຈີນ ຜັນຂະຫຍາຍປະສິດທິຜົນຂອງ DOC ຢ່າງຄົບຖ້ວນ ແລະ ສ້າງຕັ້ງ COC ໃຫ້ມີຜົນສັກສິດ, ມີປະສິດທິຜົນ ແລະ ສ່ອງຄອງກັບກົດໝາຍສາກົນ ແລະ UNCLOS ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ