ການາດາຢັ້ງຢືນຕົວປະກັນຜູ້ທີ2ຖືກສັງຫານຢູ່ຟິລີບປີນ

ການາດາຢັ້ງຢືນຕົວປະກັນຜູ້ທີ2ຖືກສັງຫານຢູ່ຟິລີບປີນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ Justin Trudeau
ພາບ:TTXVN

(vovworld)-​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ Justin Trudeau ໄດ້​ຢືນ​ຢັນ​ວ່າ:  ຕ​ົວ​ປະ​ກັ​ນ​ຜູ້​ທີ 2 ຂອງ​ປະ​ເທດນີ້ ແມ່ນ Robert Hall ຖືກ​ບັນ​ດາ​ພວກ​ກະ​ບົດ​ຢູ່​ພາກ​ໃຕ້ ຟິ​ລີບ​ປີນ ສັງ​ຫານ. ຖະ​ແຫລງ​ການ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ໃນ​ວັນ​ທີ 13/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Justin Trudeau ໄດ້​​ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ມາ​ຍັງ​ບັນ​ດາ​ຄອບ​ຄົວ ແລະ ໝູ່ເພື່ອນ​ຂອງ​ທ່ານ Robert Hall ພ້ອມ​ທັງ​ຢັ້​ງ​ຢືນ​ຄືນ​ແຜນ​ນະ​ໂຍ​ບາຍບໍ່​ ຈ່າຍ​ຄ່າ​ໄຖ່. ທ່ານ​ເນັ້​ນ​ຫນັກ​ວ່າ “ເລື່ອງພວກກໍ່​ການ​ຮ້າຍ ​ກັກ​ຂັງ​ຕົວ​ປະ​ກັນ​ ​ ພຽງແຕ່ເປັນ​ການ​ກໍ່​ ​ຂາດ​ສະ​ຖຽນ​ລະ​ພາບ ແລະ ເກີດການ​ໃຊ້​ຄວາມ​ຮຸນ​ແຮງ. ທ່ານ Robert Hall  ຖືກ​ສັງ​ຫານ ພາຍ​ຫລັງ Abu Sayyyaf ບໍ່​ໄດ້​ຮັບ​ຄ່າ​ໄຖ​ດ້ວຍ​ຈຳ​ນວນ​ເງິນ ​ເກືອບ 13 ລ​້ານ USD ຕາມ​ການ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ​ທີ່​ໄດ້​ວາງ​ອອກ​ແມ່ນ 15 ໂມງ​ຂອງວ​ັນ​ທີ 13/6, ລັດ​ຖະ​ບານ ກາ​ນາ​ດາ ຢືດ​ໝັ້ນ​ນະ​ໂຍ​ບາຍບໍ່​​ຈ່າຍ​ຄ່າ​ໄຖ່ຕົວ​ປະ​ກັນ. ທີ່ກອງ​ປະ​ຊຸມ​ສຸດຍອດ ກຸ່ມ 7 ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ຊັ້ນ​ນຳ​ໂລກ ຫາ​ກໍ​ດຳ​ເນີນ​ຢູ່ ຍີ່​ປຸ່ນ,  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Trudeau ກໍ​ໄດ້​ຮຽກ​ຮ້ອງ​ລັດ​ຖະ​ບານ​ ​ປະ​ເທດຕ່າງໆ ເດັດ​ດ່ຽວບໍ່​ ​ຈ່າຍ​ຄ່າໄຖ່​ຕົວ​ປະ​ກັນ ຍ້ອນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ການກ​ະ​ທຳ​ນີ້​ຈະ​ພຽງ​​ແຕ່​ເພີ່ມ​ການລ້ຽງ​ດູ​ພວກກໍ່​ການ​ຮ້າຍ ແລະ ​ເຮັດ​ໃຫ້ເພີ່ມ​ຄວາມ​ສ່ຽງ​ເກີດ​ບັນ​ດາ​ເຫດ​ລອບ​ຈັບ​ຕົວ​ຕື່ມ​ອີກ​ເທົ່າ​ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ