ການາດາອອກຫາສຽງເລືອກຕັ້ງເຂົ້າທີ່ນັ່ງໃນຄະນະບໍ່ປະຈຳການສະພາຄວາມໝັ້ນຄົງສປຊອາຍຸການ2021-2022

ການາດາອອກຫາສຽງເລືອກຕັ້ງເຂົ້າທີ່ນັ່ງໃນຄະນະບໍ່ປະຈຳການສະພາຄວາມໝັ້ນຄົງສປຊອາຍຸການ2021-2022 - ảnh 1
ທ່ານ​ນາຍົກລັດຖະມົນຕີການາດາ Justin Trudeau
(ພາບ​ປະ​ກອບ: Reuters)

(vovworld) - ວັນ​ທີ 16/03, ກ່າວ​ຄຳ​ເຫັນ​ທີ່​ສຳນັກງານ​ສະຫະ​ປະຊາ​ດຢູ່​ນິວຢອກ, ທ່ານ​ນາຍົກລັດຖະມົນຕີການາດາ Justin Trudeau ຖະ​ແຫຼ​ງວ່າ, ປະ​ເທດ​ນີ້​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັ​ນ​ເພື່ອ​ກາຍ​ເປັນ​ກຳ​ມະ​ການບໍ່​ປະຈຳການ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ອາ​ຍຸ​ການ 2021 – 2022. ທ່ານ Justin Trudeau ຢືນຢັນ​ວ່າ, ກາ​ນາ​ດາ ຢາກ​ຟື້ນ​ຟູ​ກາ​ນພົວພັນ​ກັບ​ອົງການ​ມີ​ສິດ​ອຳນາດ​​ສູງກວ່າ​ໝູ່​ໃນ​ໂລກ​ນີ້; ພ້ອມ​ທັງ​ຢືນຢັນ​ທ່າ​ດີຂອງ​ກາ​ນາ​ດາ ​ໃນ​ຂົງ​ເຂດ​ຮັກສາ​ສັນຕິພາບ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ຍິ່ງ​ຂອງ​ສະຫະ​ປະຊາ​ຊາດ. ການ​ນຳ ກາ​ນາ​ດາ ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ທະວີບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ, ບໍ່​ພຽງ​ແຕ່​ຜ່ານ​ການ​ປະກອບ​ສ່ວນ​ທາງ​ດ້ານ​ກຳລັງ​ທະຫານ, ຕຳຫຼວດ ​ແລະ ນັກ​ຊ່ຽວ​ຊານ ​ເທົ່າ​ນັ້ນ, ຫາກ​ຍັງ​ໜູນ​ຊ່ວຍບັນດາ​ອົງການ​ພົນລະ​ເມືອງ​ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ນຳ​​ສະ​ຖຽນ​ລະ​ພາບ​ມາ​ສູ່ບັນດາ​ປະ​ເທດ​ທີ່​ຂາດ​ສະຖຽນ​ລະ​ພາບ ​ແລະ ໜູນ​ຊ່ວຍ​ບັນດາ​ສັງຄົມ​​ພວມສ້າງ​ຄືນ​ໃໝ່​ພາຍຫຼັງ​ວິ​ກິດ​ການ.

ຂ່າວ/ບົດ​ອື່ນ