ການເຂົ້າຮ່ວມFTAລຸ້ນໃໝ່ສ້າງເງື່ອນໄຂພັດທະນາພື້ນຖານເສດຖະກິດຫວຽດນາມ

ການເຂົ້າຮ່ວມFTAລຸ້ນໃໝ່ສ້າງເງື່ອນໄຂພັດທະນາພື້ນຖານເສດຖະກິດຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຕ້ອນຮັບ​ບັນດາ
ຜູ້​ແທນ​ວິ​ສາ​ຫະກິດ, ນັກທຸ​ລະ​ກິດ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ

(vovworld) - ຕອນ​ບ່າຍ​ວັນ​ທີ 23/6, ທີ່​ການ​ຕ້ອນຮັບ​ບັນດາ​ຜູ້​ແທນ​ວິ​ສາ​ຫະກິດ, ນັກທຸ​ລະ​ກິດ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ “ວິ​ສາ​ຫະກິດ​ຫວຽດນາມ: ​ເຊື່ອມ​ຕໍ່ ​ແລະ ​ເຊື່ອມ​ໂຍງ​ໃນ​ສັກກະລາດ ສັນຍາ​ການ​ຄ້າ​ເສລີ FTA ລຸ້ນ​ໃໝ່“​. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ເນັ້ນ​ໜັກ​ວ່າ, ການ​ເຊື່ອມ​ໂຍງ​ກັບ​ສາກົນ ​ແລະ ​ເຂົ້າ​ຮ່ວມ FTA ລຸ້ນ​ໃໝ່​, ​ໄດ້ສ້າງ​ເງື່ອນ​ໄຂ​ພັດທະນາ​ໃຫ້​ພື້ນຖານ​ເສດຖະກິດ​ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຊີ້​ແຈ້ງວ່າ, ການ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ, ຮ່ວມ​ມື​ກັບ​ສາກົນ ​ແລະ ກຳນົດທິດ​ຍຸດທະ​ສາດ​ໃຫຍ່​ຂອງ​ພັກ, ລັດ ​ເພື່ອ​ແນ​ໃສ່​ປະຕິບັດ​ໜ້າ​ທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ສັງຄົມ​ນິຍົມ ຫວຽດນາມ​ຢ່າງ​ມີ​ໄຊ. ທ່ານ​ປະທານ​ປະ​ເທດ​ໄດ້ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ, ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ, ນັກທຸລະກິດ​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ບັນດາ​ຜົນງານ​ລວມຂອງ​ປະ​ເທດ, ນອກ​ນັ້ນ​ທ່ານ​ກໍ່​ຊີ້​ແຈ້ງວ່າ, ​ໃນ​ສະພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ໜ້າ​ທີ່​ວາງ​ອອກ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ, ນັກທຸລະກິດ​ແມ່ນ​ໜັກໜ່ວງ​ທີ່​ສຸດ, ຮຽກຮ້ອງ​ຕ້ອງ​ມີ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ມະຕິ, ຄຳ​ສັ່ງ​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ກັບ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ. ໜ້າ​ທີ່​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ,  ນັກທຸລະກິດ ​ແມ່ນ​ສ້າງ​ບັນດາ​ລາຍການ​ດຳ​ເນີນ​ງານ​ຢ່າ​ງລະອຽດ​ໃຫ້​ໄດ້, ​ເອົາ​ໃຈ​ໃສ່​ເປັນພິເສດ​ເຖິງ​ຍຸດ​ທະ​ສາດຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ພັດທະນາ​ຕະຫຼາດ​ໃນ​ໄລຍະ​ຍາວ, ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ, ​ແລະ ທ່າ​ໄດ້​ປຽບ, ສະ​ແຫວ​ງຫາ​ກຳລັງ​ພາຍ​ນອກ, ​ແຫຼ່ງທຶນ, ​ເຕັກ​ໂນ​ໂລ​ຢີ​ໃໝ່, ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ທີ່​ກ້າວໜ້າ, ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ສິນຄ້າ, ການ​ບໍລິການ​ເພື່ອ​ຢືນຢັນ​ທີ່​ຕັ້ງ​ໃນ​ຕະຫຼາດ​ສາກົນ.

        “​ເປັນ​ເຈົ້າ​ການ​ກໍ່ສ້າງ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ລັດ, ວິ​ສາ​ຫະກິດ ​ແລະ ຜູ້​ຊົມ​ໃຊ້​ໃນ​ປະ​ເທດ; ຍູ້​ແຮງ​ການ​ເຂົ້າ​ຮ່ວມ​ບັນດາ​ອົງການ​ການ​ເງິນ - ​ເງິນ​ຕາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ພ້ອມ​ກັນ​ນັ້ນ​ແມ່ນ​ສ້າງ​ຖັນ​ແຖວ​ນັກທຸລະກິດ​ທີ່​ເຕີບ​ໃຫຍ່​ເຂັ້ມ​ແຂງ, ມີ​ນຳ້​ໃຈ​ຮັກຊາດ, ມີ​ຄວາມ​ຕື່ນ​ຕົວ​ດ້ານ​ການ​ເມືອງ, ມີວັດທະນະທຳ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ມີ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ, ມີ​ຄວາມ​ສາມາດ​, ລະດັບ​ຄວາມ​ຮູ້ຢ່າງ​ພຽງພໍ, ​ຕັ້ງໜ້າເຂົ້າ​ຮ່ວມ​ຕາໜ່າງການ​ຜະລິດ, ລະບົບ​ມູນ​ຄ່າ​ໃນ​ທົ່ວ​ປະ​ເທດ ​ແລະ ທົ່ວ​ໂລກ, ສູ້​ຊົນ​ເພື່ອ​ມີ​ນັກທຸລະກິດ, ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ​ລະດັບ​ພາກ​ພື້ນ ​ແລະ ສາກົນ​ເທື່ອ​ລະ​ກ້າວ.

 

 

ຂ່າວ/ບົດ​ອື່ນ