ການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ ຂອງນາຍົກລັດຖະມົນຕີ ຫວຽດນາມ

(VOVWORLD) - ການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ຄັ້ງທີ 2 ແລະ ການຢ້ຽມຢາມ ການາດາ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ປະສົບຜົນສຳເລັດຜົນຢ່າງຈົບງາມ.
ການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ ຂອງນາຍົກລັດຖະມົນຕີ ຫວຽດນາມ - ảnh 1  ທ່ານຮອງລັດຖະມົນຕີ ຮ່າກິມງອັກ (ພາບ: Zing)

ນັ້ນແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນແຫ່ງການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ທ່ານຮອງລັດຖະມົນຕີ ຮ່າກິມງອັກ ໃຫ້ຮູ້ວ່າ: ກອງປະຊຸມ G7 ເປີດກ້ວາງຄັ້ງນີ້ ແມ່ນໜຶ່ງໃນບັນດາກອງປະຊຸມສຳຄັນຂອງ G7 ແລະ 12 ປະເທດຖືກເຊີນ ແລະ ບັນດາອົງການຈັດຕັ້ງສາກົນໃຫຍ່ຄື: ສະຫະປະຊາຊາດ, ທະນາຄານໂລກ, ກອງທຶນເງິນຕາສາກົນ IMF…ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ບັນດາປະເທດ G7 ແລະ ປະເທດເຈົ້າພາບ ການາດາ ຖືເປັນສຳຄັນບົດບາດ, ທີ່ຕັ້ງຂອງ ຫວຽດນາມ.

        ທ່ານຮອງລັດຖະມົນຕີ ຮ່າກິມງອັກ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະ 14 ຄັ້ງກັບການນຳບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືເຂົ້າສູ່ລວງເລິກ, ຍາດແຍ່ງການສະນັບສະໜູນຂອງບັນດາປະເທດ, ອົງການຈັດຕັ້ງສາກົນໃນການທີ່ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

        ການຢ້ຽມຢາມ ແລະ ເຮັດວຽກຢູ່ ການາດາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກົງກັບໂອກາດທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສ້າງກຳລັງໜູນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ