ການເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫ​ວ​ຮັ​ກ​ສາ​ສັນ​ຕິ​ພາບ ສ​ປ​ຊ ​ປະ​ກອບ​ສ່ວນ​ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ ຫວຽດ​ນາມ​ບົນ​ເວ​ທີ​ສາ​ກົນ

(VOVWORLD) - ບັນດາສະມາຊິກສະພາແຫ່ງຊາດໄດ້ຢັ້ງຢືນການເຂົ້າຮ່ວມການຮັກສາສັນຕິພາບ ສປຊ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການຍົກສູງຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ.
ການເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫ​ວ​ຮັ​ກ​ສາ​ສັນ​ຕິ​ພາບ ສ​ປ​ຊ ​ປະ​ກອບ​ສ່ວນ​ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ ຫວຽດ​ນາມ​ບົນ​ເວ​ທີ​ສາ​ກົນ - ảnh 1ກອງປະຊຸມຄັ້ງທີ 9 ຂອງສະພາແຫ່ງຊາດຊຸດທີ X (ພາບ: TTXVN)

ໂດຍສືບຕໍ່ໂຄງການເຮັດວຽກຂອງກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV, ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບ ຂອງ ສປຊ. ບັນດາສະມາຊິກສະພາແຫ່ງຊາດໄດ້ຢັ້ງຢືນການເຂົ້າຮ່ວມການຮັກສາສັນຕິພາບ ສປຊ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການຍົກສູງຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ. ຜ່ານ 5 ປີແຫ່ງການຜັນຂະຫຍາຍປະຕິບັດມະຕິເລກທີ 130/2020/QH14 ຂອງສະພາແຫ່ງຊາດກ່ຽວກັບການເຄື່ອນໄຫວຂອງກຳລັງຮັກສາສັນຕິພາບຂອງ ສປຊ, ມາຮອດປັດຈຸບັນ ລັດຖະບານສະເໜີໄດ້ສ້າງເປັນກົດໝາຍເພື່ອແນໃສ່ສ້າງກອບນິຕິກຳໃຫ້ສົມບູນນແບບ, ຫັນແຜນນະໂຍບາຍຂອງພັກກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດໃຫ້ເປັນລະບອບລະບຽບການ, ພ້ອມທັງຢັ້ງຢືນອິດທິພົນຊື່ສຽງ, ບົດບາດ, ຄວາມຮັບຜິດຊອບຂອງຫວຽດນາມບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ