ການເຄື່ນໄຫວຫຼາຍຢ່າງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງຕຳຫຼວດປະຊາຊົນຫວຽດນາມ

ການເຄື່ນໄຫວຫຼາຍຢ່າງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງຕຳຫຼວດປະຊາຊົນຫວຽດນາມ - ảnh 1
ງານ​ພົບ​ປະ​ແລກປ່ຽນ ”​ແບບຢ່າງຢູ່​ຕາມ​ຖະໜົນ​ຫົວ​ທາງ” ຄັ້ງ​ທີ 13
(ພາບ: google.com.vn)

(vovworld) - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ (19/08/1945-19/08/2012)​, ຢູ່​ບັບດາ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ຂ່ຳນັບ​ຊົມ​ເຊີຍ. ວັນ​ທີ 18/8, ຢູ່​ນະຄອນ​ໂຮ່ຈີ​ມິນ, ຕຳຫຼວດ​ນະຄອນ​ສົມທົບ​ກັບ​ຫໍ​ວັດທະນະທຳ​ແຮງ​ງານ ​ແລະ ​ໂທລະພາບ​ນະຄອນ​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ ”​ແບບຢ່າງຢູ່​ຕາມ​ຖະໜົນ​ຫົວ​ທາງ” ຄັ້ງ​ທີ 13. ງານ​ພົບ​ປະ​ແລກປ່ຽນ​ເພື່ອ​ແນ​ໃສ່​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ໝູ່​ປະຊາຊົນ​ຜູ້​ອອກ​ແຮງ​ງານ ​ແລະ ກຳລັງ​ຕຳຫຼວດ​ນະຄອນ ທີ່​ໄດ້​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ຂະ​ບວນການ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ປະ​ເທດ​ຊາດ. ອ້າຍ Nguyen Van Minh, ຜູ້​ໄດ້​ຮັບ​ນາມມະຍົດ​ວ່າ ”ອັດສະວິນ​ຢູ່​ຕາມ​ຖະໜົນ​ຫົນທາງ”, ຜູ້​ທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ຈັບ​ພວກ​ປຸ້ນ​ມາ​ເປັນ​ເວລາ 15 ປີ, ​ໃຫ້​ຮູ້​ວ່າ

        ”​ເມື່ອ​ຈັບ​ພວກ​ປຸ້ນ, ຂ້າພະ​ເຈົ້າ​ບໍ່​ຄິດ​ຫຍັງ​ເລີຍ, ພຽງ​ແຕ່​ຢາກ​ປະກອບສ່ວນ​ອັນ​ເລັກໆ​ນ້ອຍໆຂອງ​ຕົນ​ໃຫ້​ແກ່​ປະ​ເທດ​ຊາດ​ເທົ່າ​ນັ້ນ. ປະຈຸ​ບັນ​, ​ໂດຍໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອຈາກ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ ​ແລະ ຫົວໜ້າ​ກອງ​ບັນຊາ​ການ​ຕຳຫຼວດ​ນະຄອນ, ຂ້າພະ​ເຈົ້າ​ສາມາດ​ຊື້​ໄດ້​ເຮືອນ​​ຫຼັງ​ໜຶ່ງ​ໃຫ້​ຄອບຄົວຂອງ​ຕົນ”

        ​ໃນ​ວັນ​ດຽວ​ກັນ, ຕຳຫຼວດ​ບັນດາ​ແຂວງ ດົ່ງ​ນາຍ, ບັກ​ຢາງ… ກໍ່​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ 67 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ​ເຊັນ​ດຽວ​ກັນ

ຂ່າວ/ບົດ​ອື່ນ