ການເຄື່ອນຕ້ອນຮັບບຸນປີໃໝ່ຖືກຈັດຂຶ້ນ ຢ່າງຟົດຟື້ນມ່ວນຊື່ນ ໃນທົ່ວປະເທດ

ການເຄື່ອນຕ້ອນຮັບບຸນປີໃໝ່ຖືກຈັດຂຶ້ນ ຢ່າງຟົດຟື້ນມ່ວນຊື່ນ ໃນທົ່ວປະເທດ - ảnh 1
(ພາບປະກອບ)

(vovworld) - ພ້ອມ​ກັບ​ບັນຍາກາດ​ຕ້ອນຮັບ​ປີ​ໃໝ່​ໃນທົ່ວ​​ໂລກ, ຢູ່​ຫວຽດນາມ ກໍ່​ຈັດ​ຕັ້ງ​ບັນດາ​ລາຍການສະ​ແດງ​ສິລະ​ປະ, ລະ​ຫຼິ້ນ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຕ້ອນຮັບ​ບຸນ​ປີ​ໃໝ່.

        ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ​ເຫດການ​ພິ​ເສດ “ນັບ​ຖອຍຫຼັງ​ຕອນ​ຮັບ​ປີ​ໃໝ່ຄ.ສ 2014”, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 31/12, ຢູ່​ສະໜາມ​ຫຼວງ ການ​ປະຕິວັດ​ເດືອນ​ສິງຫາ, ​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ. ນີ້​ແມ່ນ​ສະຖານ​ທີ່​ເຊິ່ງປະຊາຊົນ​ນະຄອນຫຼວງ​ໄດ້​ເຕົ້າ​ໂຮມ​ກັນເປັນ​ຈຳນວນ​ຫຼວງ​ຫຼາຍ ​ເພື່ອ​ຕ້ອນຮັບ​ບຸນ​ປີ​ໃໝ່.

        ​ເນື່ອ​ງ​ໃນ​ໂອກາດ​ນີ້, ຢູ່​ນະຄອນ​ໂຮ່ຈິ​ມິນ, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ນະຄອນ​ໄດ້​ຈັດ​ງານ​ບຸນ “ນະຄອນ​ໂຮ່ຈິ​ມິນ ຕ້ອນຮັບ​ບຸນ​ປີ​ໃໝ່ຄ.ສ 2014” ຢູ່​ສວນສາທາລະນະ 29/03, ດ້ວຍ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ, ພ້ອມ​ກັບ​ບັນດາ​ຮ້ານ​ອາຫານພິ​ເສດສະ​ເພາະ​ຂອງພາກ​ເໜືອ, ພາກ​ກາງ ​ແລະ ພາກ​ໃຕ້.

        ຕ້ອນຮັບ​ປີ​ໃໝ່ 2014, ບັນດາ​ແຂວງ, ນະຄອນ​ທາງ​ພາກ​ໃຕ້ ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມ​ບຸນ ຮັບ​ໃຊ້​ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ໃນ​ໂອກາດ​ນີ້. ຢູ່​ເທດສະບານ​ ​ໂຮ້ຍອານ (​ແຂວງ ກວາງ​ນາມ), ລາຍການ​ຕ້ອນຮັບ​ປີ​ໃໝ່ ຖືກ​ດຳ​ເນີນ​ນັບ​ແຕ່​​ເວລາ 20 ​ໂມງ ວັນ​ທີ 31/12/2013 ຮອດ​ຮຸງ​ເຊົ້າວັນ​ທີ 01/01/2014.

        ນະຄອນ​ດ່າ​ນັ້ງ ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ປີ​ໃໝ່​ແຕ່​ວັນ​ທີ 27/12/2013 ຮອດ​ວັນ​ທີ 04/01/2014. ລາຍ​ງານ “ງານ​ບຸນ​ຕ້ອນຮັບ​ປີ​ໃໝ່” ​ໄດ້​ຈັດຂຶ້ນ​ໃນ​ຄໍ່າ​ຄືນ​ວັນ​ທີ 31/12 ດ້ວຍບັນດາ​ລາຍການສະ​ແດງ​ສິລະ​ປະທີ່​ເປັນ​ເອກະລັກ​ສະ​ເພາະ.
ຂ່າວ/ບົດ​ອື່ນ