ການເຄື່ອນໄວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ

ການເຄື່ອນໄວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 26/07, ຢູ່​ກວາງ​ຈິ້, ​ໄດ້​ດຳ​ເນີນ​ພິທີສວດ​ມົນ​ພາວະນາ​ແກ່​ດວງ​ວິນ​ຍານ ​ແລະ ​​ຕອບ​ບຸນ​ແທນ​ຄຸນ​ບັນດາ​ນັກຮົບ​ວິລະ​ຊົນ​ກຳ​ແພງ​ເກົ່າ ກວາງ​ຈິ້. ​ເຂົ້າ​ຮ່ວມພິທີ​ມີ​ບັນດາ​​ພະສົງ​ສຳມະ​ເນັນ ​ແລະ ອະດີດນັກຮົບ, ລູກ​ຫຼານ​ຂອງຄອບຄົວ​ທີ່ມີນັກຮົບ ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

      ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກຽນ​ຢາງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ອານ​ຢາງ ​ໄດ້​ຈັດ​ພິທີ​​ໄຫວ້​ອາ​ໄລ ​ແລະ ປົ່ງອັດ​ຖິ, ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ຫວຽດນາມ ລວມ 200 ຊຸດ ທີ່​ເສຍສະຫຼະ​ຊີວິດ​ໃນໄລຍະ​ສົງຄາມ​ຢູ່ກຳ​ປູ​ເຈຍ.

        ​ໃນ​ຂະນະ​ນັ້ນ, ຢູ່​​ເຂດສຸສານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເມືອງ ດ້ຽນບ່ານ, ຕອນ​ເຊົ້າ​ວັນ​ທີ 26/07, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ນາມ ​ໄດ້​ຈັດ​ວັນ​ບຸນ “​ໄວ​ໜຸ່ມ​ຕອບ​ບຸນ​ແທນ​ຄຸນ”. ວັນ​ບຸນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ຊາວ​ໜຸ່ມ​ເມືອງ​ດ້ຽນບ່ານ ນັບ​ຮ້ອຍ​ຄົນ. ​ແລະ ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຜູ້ຕາງໜ້າ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ນາມ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​​ໄປ​ຢ​້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແມ່​ຫວຽດນາມ ວິລະ​ຊົນ, ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ໃນ​ບໍລິ​ເວັນ​ແຂວງ. ທ່ານ​ຮອງ​ເລຂາ​ຄະນະ​ຊາວ​ໜຸ່ມ​ເມືອງ​ດ້ຽນບ່ານ ຫງວຽນ​ງອກ​ຕ໋ວນ ​ໃຫ້​ຮູ້​ວ່າ.

        “ພວກ​ຂ້າພະ​ເຈົ້າ​ໄດ້ພ້ອມ​ກັນຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆຄື; ເຮັດອະນາ​ໄມ​ເຂດ​ສຸສານ​ເມືອງ, ​ໄປ​ຢ​້ຽມຢາມ​ບັນດາ​ຄອນ​ຄົວ​​ເປົ້າ​ໝາຍນະ​ໂຍບາຍ; ພິ​ເສດ​ໃນ​ໂອກາດ​ນີ້ ພວກ​ຂ້າພະ​ເຈົ້າ​ເລີ່​ມລົງ​ມື​ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 2 ຫຼັງ ​ໃຫ້​ແກ່​ຄອບຄົວ​​ເປົ້າ​ໝາຍນະ​ໂຍບາຍ​ຂອງ​ເມືອງ​ດ້ຽນບ່ານ. ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ ​ແມ່ນ​ໂອກາດ​ເພື່ອ​ສຶກສາມອົບ​ຮົບ​ມູນເຊື້ອ​ໃຫ້​ໄວ​ໜຸ່ມ​​ຢູ່​ແຂວງ​ດ້ຽນບ່ານ.”
ຂ່າວ/ບົດ​ອື່ນ