ການເຄື່ອນໄຫວ ຕອບສະໜອງວັນ ຜູ້ອາຍຸສູງສາກົນທີ 1/10

ການເຄື່ອນໄຫວ ຕອບສະໜອງວັນ ຜູ້ອາຍຸສູງສາກົນທີ 1/10 - ảnh 1

(ພາບ:quangninh.gov.vn)

(VOV)- ວັນ​ທີ 1/10 ​ແມ່ນ​ວັນ​ຜູ້​ອາຍຸ​ສູງ​ສາກົນ. ​ໂດຍ​​ຕອບ​ສະໜອງວັນ​ຜູ້​ອາຍຸ​ສູງ​ສາກົນປີ​ນີ້, ບັນດາ​ແຂວງ​ນະຄອນ​ໄດ້​ຍູ້​ແຮງ​ການ​ເຄື​່ອນ​ໄຫວ​ຕ່າງໆ​ຄື:​ສຶກສາ​ອົບຮົມ​ໂຄສະນາ​ກ່ຽວ​ກັບ​ບົດບາດ, ອິດທິພົນ​ຊື່​ສຽງ​ຂອງ​ຜູ້​ອາຍຸ​ສູງ, ຈັດການ​ລະ​ຫຼິ້ນ​ໃຫ້​ແກ່​ຜູ້​ອາຍຸ​ສູງ; ​ລົງ​ຢ້ຽມຢາມ​ຖາມ​ຂ່າວ, ​ເບິ່ງ​ແຍງ​ດູ​ແລ​ຜູ້​ອາຍຸ​ສູງ. ສະມາຄົມ​ຜູ້​ອາຍຸ​ສູງ​ທ້ອງ​ຖິ່ນ​ຕ່າງໆ​ໄດ້​ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ “ຜູ້​ມີ​ອາຍຸ​ສູງ-​ແບບຢ່າງ​ທີ່​ດີ“​ ​ເໝາະ​ສົມ​ກັບ​ສະພາບຕົວ​ຈິງຂອງ​ທ້ອງ​ຖິ່ນ ​ແລະ ຫົວໜ່ວຍ. ທ່ານ Dam Huu Dac ຮອງ​ປະທານ​ຜູ້​ປະຈຳ​ການສະມາຄົມ​ຜູ້​ອາຍຸ​ສູງ​ຫວຽດນາມ ໃຫ້​ຮູ້​ວ່າ:

   “​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ​​ໂດຍປະຕິບັດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫ່ຍສະມາຄົມ​ຜູ້​ອາຍຸ​ສູງ​ຫວຽດນາມ ຄັ້ງທີ 4 ​ໄລຍະ 2011-2016, ຈະ​ມີ 2 ລາຍການ​ສຳຄັນ​ທີ່​ສຸດ​ຄື:   ລາຍການດວງ​ຕາ​ສະຫວ່າງໃຫ້​ແກ່​ຜູ້​ອາຍຸ​ສູງ ​ແລະ ຜູ້​ອາຍຸ​ສູງ​ເຂົ້າຮ່ວມ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ກໍ່ສ້າງ​ຊົນນະບົດ. ສັງຄົມ​ພວກ​ເຮົາຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຊ່ວຍ​ຜູ້​ອາ​ຍຸສູງຕ້ານກັບ​ສະພາບ​ຕາບອດ​ຕາ​ຝາງ ​ເພື່ອ​ໃຫ້​ເຂົາ​ເຈົ້າສາມາດ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ. ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່ ຜູ້​ອາຍຸ​ສູງ​ມີ​ຫຼາຍ​ບົດຮຽນ​​ໃນບັນ​ຫາ​ນີ້​ຫຼາຍຈະ​ຊ່ວຍ​ທ້ອງ​ຖິ່ນ​ໄດ້​ດີ​ກ່ວາ“

ຂ່າວ/ບົດ​ອື່ນ