ການເຄື່ອນໄຫວ ຕ່າງໆສະເຫຼີມ ສະຫຼອງ 40 ປີ ແຫ່ງໄຊຊະນະ ດ້ຽນບຽນຝູທາງອາກາດ

ການເຄື່ອນໄຫວ ຕ່າງໆສະເຫຼີມ ສະຫຼອງ 40 ປີ ແຫ່ງໄຊຊະນະ ດ້ຽນບຽນຝູທາງອາກາດ - ảnh 1

ບັນດາ​ການ​ນຳ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ, ​

ແນວ​ໂຮມ​ປະ​ເທດ​ຊາດ​​ເຂົ້າຢ້ຽມ​ຂ່ຳນັບ​ສຸສານ​ປະ​ທ່ານ​ໂຮ່ຈິ​ມິນ

(ພາບ:vov.vn)

(VOV)-   ​​ຕອນ​ເຊົ້າວັນ​ທີ 29/12, ບັນດາ​ການ​ນຳ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ສຸສານ​ປະ​ທ່ານ​ໂຮ່ຈິ​ມິນ. ກ່ອນ​ໜ້ານັ້ນ, ຄື​ໃນ​ວັນ​ທີ 28/12, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​​ໄດ້ພົບ​ປະ​ກັບນັກຮົບ​ເກົ່າ​ເຫຼ່ົາ​ທັບ​ປ້ອງ​ກັນ​ອາກາດ​ຫວຽດນາມ. ​ໃນ​ວັນ​ດຽວ​ກັນ, ກອງ​ບັນຊາ​ການ​ເຫຼ່ົາ​ທັບ​ປ້ອງ​ກັນ​ອາກາດ​ຫວຽດນາມ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ຕົວ​ພະຍານ​ປະຫວັດສາດ​ດ້ວຍ​ຫົວ​ຂໍ້: “ຮ່າ​ໂນ້ຍ 12 ວັນ ​ແລະ ຄືນ-​ຄວາມ​ມຸ້ງ​ຫວັງ ​ແລະ ກຽດ​ສະຫງ່າ“. ຄະນະ​ຊາວ​ໜຸ່ມ​ເມືອງ​ຊອກ​ເຊີນ ​ໄດ້​ຈັດ​ງານ​ລາຕີ “ໄຊຊະນະຮ່າ​ໂນ້ຍ-​ດ້ຽນບຽນ​ຝູທາງ​ອາກາດ, 40 ປີ​ທີ່​ສະຫງ່າ​ອົງອາດ ​ແລະ ​ເອກອ້າງ​ທະ​ນົງ​ໃຈ“. ​ໃນ​ຊຸມ​ວັນ​ນີ້, ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ​ໄດ້​ຈັດ​ບັນດາ​ການ​ເຄື​່ອນ​ໄຫວສະ​ເຫຼີ​ມສະຫຼອງໄຊຊະນະຮ່າ​ໂນ້ຍ-​ດ້ຽນບຽນ​ຝູທາງ​ອາກາດ. ວັນ​ທີ 26/12, ການ​ນຳ​ພັກ, ລັດ, ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ອາ​ໄລ​ຫາ​ປະຊາຊົນ​ຖຶກ​ເສຍ​ຊີວິດ​ຍ້ອນ​ເຮືອບິ​ນ B52 ຂອງ​ອາ​ເມ​ລິ​ກາ ຖີ້ມລະ​ເບີດຢູ່​ອະນຸສາວະລີ​ເຄີມ​ທຽນ-​ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ