ການເຄື່ອນໄຫວ ຕ່າງໆເພື່ອຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ

ການເຄື່ອນໄຫວ ຕ່າງໆເພື່ອຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ - ảnh 1
(ພາບປະກອບ)

(vovworld) - ຕອນ​​ເຊົ້າ​ວັນ​ທີ 03 ສິງຫາ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນ​ເຍີນ ພ້ອມ​ກັບ​ການ​ນຳ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ຫວຽດນາມ ​ແລະ ການ​ນຳ​ແຂວງ​ບັກ​ຢາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ ​ໃຫ້​ແກ່​ຄອບຄົວ​ຂອງ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແຂວງ​ບັກ​ຢາງ. ທ່ານ​ຮອງນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ ຍາມ​ໃດ​ພັກ ​ແລະ ລັດ ກໍ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ. ທ່ານຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ.

   “ຕາມ​ຕົວ​ເລກ​ສະຖິຕິ​ໃນ​ເບື້ອງຕົ້ນ, ປະຈຸ​ບັນ​ມີຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ປະມານ 200.000 ຄົ​ນລຸ້ນ 1, ລຸ້ນ 2 ​ແລະ ລຸ້ນ 3 ໄດ້​ຮັບເງິນ​ອຸດໜູນ ​ແຕ່​ປະຈຸ​ບັນ​ມີຈຳນວນຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນທັງ​ໝົດ 3 ລ້ານ​ຄົນ ສະ​ນັ້ນ ການ​ເບິ່ງ​ແຍງດູ​ແລ​ຍັງ​ມີ​ສິ່ງ​ທ້າ​ທາຍ​ນາໆ​ປະການ. ພັກ, ລັດ ປະກາດ​ຫຼາຍ​ນະ​ໂຍບາຍ ​ແລະ ​ໃນ​ມໍ່ໆ​ມາ​ນີ້​​​ໄດ້​ມອບ​ໝາຍ​ໃຫ້​ກະຊວງ​ສາທາລະນະ​ສຸກ ​ແລະ ກະຊວງ​ແຮງ​ງານ ສ້າງສຳ​ເລັດ​ລະບຽບ​ການ​ພິຈາລະນາ​ຢັ້ງຢືນຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ໃນ​​ໄຕ​ມາດ​ທີ 3 ນີ້ ຈະ​ປະກາດ​​ໃຊ້ເພື່ອ​ພິຈາລະນາ​ບັນດາ​ກໍລະນີ​ທີ່​ຍັງ​ເຫຼືອ”.

        ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ, ຕອນ​ເຊົ້າ​ວັນ​ທີ 03 ສິງຫາ ຢູ່​ນະຄອນ​ໂຮ່ຈິ​ມິນ, ມີ​ສະມາຊິກ​ອາສາ​ສະມັກ​ຂອງ​ສະພາກາ​ແດງ​ນະຄອນ​ໂຮ່ຈິ​ມິນ 5.000​ ຄົນໄດ້​ເຂົ້າຮ່ວມການ​ຍ່າງ​ສະ​ໜັບ​ສະ​ໜູນວັນ “​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ແລະ ຄົນ​ພິການ​ຫຍຸ້ງຍາກ” ປີ 2013. ລາຍການ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ໂຄສະນາ​ກ່ຽວ​ກັບ​ເຫດການ 52 ປີ​ແຫ່ງ​ຊກນາດຕະກຳ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນຢູ່​ຫວຽດນາມ ​ເຖິງ​ປະຊາຊົນ​ທົ່ວ​ປະ​ເທດ. ຈາກ​ນັ້ນ, ສືບ​ຕໍ່​ຂົນຂວາຍ​ກອງ​ທຶນ​ແບິ່ງ​ແຍງ, ໜູນ​ຊ່ວຍ​ໃຫ້​​ແກ່​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ.
ຂ່າວ/ບົດ​ອື່ນ