ການເຄື່ອນໄຫວ ຕ່າງໆໃນວັນທີ 1/6

ການເຄື່ອນໄຫວ ຕ່າງໆໃນວັນທີ 1/6 - ảnh 1

(ພາບປະກອບ: quangninh.gov.vn)

(vovworld)- ຕອນ​ເຊົ້າວັນ​ທີ 1/6, ຢູ່ຮ່າ​ໂນ້ຍ, ​ໄດ້​ຈັດ​ພິທີ​ປຸກລະດົມ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ເດັກນ້ອຍປີ 2013 ດ້ວຍ​ຫົວ​ເລື່​ອງ “ສ້າງ​ໂອກາດ​ພັດທະນາ​​ໃຫ້​ເດັກ​ທຸກ​ຍາກ ​ແລະ ​ເດັກ​ເປັນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍຢ່າງ​ສະ​ເໝີ​ພາບ” ​ໂດຍ​ມີ​ການ​ເຂົ້າຮ່ວມຂອງ​ທ່ານ​ນາງ​ຮອງປະທານ​ປະ​ເທດ​ຫວຽດນາມ ຫງວຽທິຢວານ, ​ເດັກນ້ອຍ 600 ຄົນ​ຕາງໜ້າ​ໃຫ້​ເດັກນ້ອຍກ່ວາ 25 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ ພ້ອມ​ດ້ວຍ​ປະຊາຊົນ​ນະຄອນຫຼວງນັບພັນໆ​ຄົນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽທິຢວານ ສະ​ເໜີ​ວ່າ:

   “​ເດືອນ​ເຄື່ອນ​ໄຫວ​ເພື່ອ​ເດັກນ້ອຍ​ປີ​ນີ້​ໄດ້ຮັບການ​ປຸກລະດົມ​ພ້ອມ​ກັບ​ລະດູ​ແລ້ງ​ອາສາ​ສະໝັກ​ຂອງ​ຊາວ​ໜຸ່ມ​, ສະມາຊິກ​ຊ່າວ​ໜຸ່ມທົ່ວ​ປະ​ເທດ. ສະນັ້ນ, ກ່ອນ​ອື່ນ​ໝົດ, ຊາວ​ໜຸ່ມ​, ສະມາຊິກ​ຊາວ​ໜຸ່ມ​ແຕ່ລະຄົນ ​ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຄວາມຣັບຜິດ​ຊອບ​ຂອງ​ຕົນ ຈົ່ງ​ໄປ​ຮອດ​ເຂດ​ຫ່າງ​ໄກ​ສອກຫລີກ ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຊ່ວຍ​​ເຫຼືອເດັກ​ທຸກ​ຍາກ. ບັນດ​າຜູ້​ເປັນພໍ່​​ເປັນແມ່ຈົ່ງ​ລ້ຽງ​ດູ, ສຶກສາ​ອົບຮົມລູກກາຍ​ເປັນ​ລູກ​ຄຳຮູ້, ນັກຮຽນ​ເກັ່ງ, ​ເພື່ອ​ກາຍ​ເປັນ​ເຈົ້າຂອງ​ປະ​ເທດ​ຊາດ​ໃນ​ອະນາຄົດ”.

     ​ໃນ​​ໂອກາດ​ວັດ​ເດັກ​ສາກົນ 1/6 ​ແລະ ​ເລີ່​ມເດືອນ​ເຄື່ອນ​ໄຫວ​ເພື່ອ​ເດັກນ້ອຍຫວຽດນາມ, ທ້ອງ​ຖິ່ນຕ່າງໆ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ​ໄປ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ເດັກ​ທຸກ​ຍາກ, ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຈັດ​ບັນດາ​ການ​ເຄື​ອ່ນ​ໄຫວ​ລະຫຼີ້ນບັນ​ເທິງ​ໃຫ້​ເຍົາວະ​ຊົນ, ອະນຸຊົນ. ວັນ​ທີ 31/5, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ເຍົາວະ​ຊົນ​ຖືກ​ຕິດ​ເຊື້ອ​ໄວຣັດ HIV ທີ່​ສູນ​ປິ່ນປົວ​ພະຍາດ, ສຶກສາ​ອົບຮົມ​​ແຮງ​ງານ​ສັງຄົມ​ເລກ 2, ບາ​ວີ່, ຮ່າ​ໂນ້ຍ, ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ວ່າ:

   “ຂ້າພະ​ເຈົ້າສະ​ເໜີ​ໃຫ້​ອົງຄະ​ນະພັກຂັ້ນຕ່າງໆ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຈົ່ງ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວຽກງານ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​, ສຶກສາ​ອົບຮົມ​ເດັກຖືກ​ຕິດເຊື້ອ​ໄວຣັດ HIV ເປັນ​ຢ່າງ​ດີ​ກ່ວາ​ອີກ. ບັນດາ​ຂະ​ແໜງ​ສາທາລະນະ​ສຸກ, ການ​ເງິນ, ສຶກສາ ​ແລະ ບຳລຸງ​ສ້າງ ​ແລະ ຂະ​ແໜງ​ແຮງງານ, ທະຫານ​ເສ​ຍອົງຄະ ​ແລະ ສັງຄົມ ຈົ່ງ​ລະດົມ​ແຫຼ່ງທຶນຫຼາຍກ່ວາອີກ​ເພື່ອ​ເພີ່​ມທະວີ​ພື້ນຖານ​ດ້ານ​ວັດຖຸ, ຍົກ​ສູງ​ຄຸນ​ນະພາ​ບການກວດ, ປິ່ນນປົວ​ພະ​ຍາດ​ໃຫ້​ເດັກຖືກ​ຕິດເຊື້ອ​ໄວຣັດ HIV.”

   ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 31/5, ຢູ່ຮ່າ​ໂນ້ຍ, ສະມາຄົມ​ອຸປະກາລະ​ເດັກ​ຫວຽດນາມ (ສັງ​ກັດ​ກະຊວງແຮງງານ, ທະຫານ​ເສ​ຍອົງຄະ ​ແລະ ສັງຄົມ) ​ໄດ້​ຈັດການ​ພົບ​ປະ​ສ້າງສັນກັບ​ເດັກນ້ອຍ 50 ຄົນ​ຕາງໜ້າ​ໃຫ້​ບັນດາເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ ລັດຖະມົນຕີ​ກະຊວງແຮງງານ, ທະຫານ​ເສ​ຍອົງຄະ ​ແລະ ສັງຄົມ ຢືນຢັນ​ວ່າ:

   “ຢູ່​ຫວຽດນາມ, ພວກ​ຫຼານ​ບໍ່​ມີ​ພຽງ​ວັນ​ເດັກສາກົນ​ຄື​ວັນທີ 1/6 ​ເທົ່າ​ນັ້ນ, ຫາກ​ພວກຫຼານມີ​ທັງ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ເດັກນ້ອຍ​ອີກ​ດ້ວຍ ດ້ວຍ​ບັນດາ​ການ​ເຄື​ອ່ນ​ໄຫວ​ອຸດົມສົມບູນ, ​ແທດ​ຈິງ ຊື່​ງທົ່ວ​ສັງຄົມ​ໄດ້​ສະຫງວນ​ໃຫ້​ແກ່​ພວກຫຼານ. ລຸງ​ມີ​ຄວາມ​ພາກພູມ​ໃຈ​ເມື່​ອເຫັນ​ວ່າ​ພວກຫຼານ​ມີ​ຄວາມ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສູ້​ຊົນ​ບື່ນຕົວ​ຂຶ້ນ ກາຍ​ເປັນ​ຫຼານຄຳຮູ້ຂອງ​ລຸງ​ໂຮ່, ນັກຮຽນເກັ່ງ. ພັກ ​ແລະ ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ພາລະກິດ​ປົກ​ປ້ອງ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ ​ແລະ ສຶກສາ​ອົບຮົມ​ເດັກ ​ແລະ ຍາມ​ໃດ​ກໍ່​ສະຫງວນ​ທຸກ​ການ​ໃຫ້​ບຸລິມະສິດ​ແກ່​ພວກ​ຫຼານ

ຂ່າວ/ບົດ​ອື່ນ