ການເຄື່ອນໄຫວ ນອກກອງປະຊຸມທີ່ປຶກສາບັນດານັກອຸປະຖຳກາງສະໄໝຢູ່ ກວາງຈິ້

ການເຄື່ອນໄຫວ ນອກກອງປະຊຸມທີ່ປຶກສາບັນດານັກອຸປະຖຳກາງສະໄໝຢູ່ ກວາງຈິ້ - ảnh 1
ກອງ​ປະຊຸມ CG ຢູ່​ນະຄອນ ດົງ​ຮ່າ, ​ແຂວງ​ກວາງ​ຈິ້
( ພາບ: vinacorp.vn )


( vovworld ) -   ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ກາງ​ສະ​ໄໝກຸ່ມທີ​ປຶກສາ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນ ດົງ​ຮ່າ, ​ແຂວງ​ກວາງ​ຈິ້. ຕອນ​ບ່າຍ​ວັນ​ທີ 4/6, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ພ້ອມ​ກັບ​ທະນະ​ຄານ​ໂລກ​ໄດ້​ເປັນ​ປະທານ​ຈັດ​ຕັ້ງ​ “ກອງ​ປະຊຸມ​ສຳ​ມະ​ນາສະພາບ​ຕົວ​ຈິງ​ກ່ຽວ​ກັບ​ເສດຖະກິດ​ມະຫາ​ພາກ”. ບັນດາ​ນັກ​ຄົ້ນຄວ້າ, ຜູ້​ຊ່ຽວຊານ​ດ້ານ​​ເສດຖະກິດພາຍ​ໃນ​ປະ​ເທດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ໄດ້​ສຸມ​ໃສ່​ຕີ​ລາຄາ​ສະພາບ​ຕົວ​ຈິງ​ຂອງ​ເສດຖະກິດ​ຫວຽດນາມ ​ແລະ ຍົກ​ອອກ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ແຜນການ ​ແລະ ລົງທຶນ Cao Viet Sinh, ​ເນັ້ນ​ໜັກ​ວ່າ.

        “ລັດຖະບານ​ປະຕິບັດ​ມາດ​ຕະການຕ່າງໆ​ຢ່າງ​ແຮງ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຄົນ​ງານ, ພິ​ເສດ​ແມ່ນ​ຜູ້​ວາງ​ງານຢູ່​ບັນດາ​ວິ​ສາ​ຫະກິດ​ທີ່​ຖືກ​ຍຸບ​ເລີກ ບັນດາ​​ເຂດ​ອຸດສາຫະກຳ​ລວມສຸນ. ນອກ​ນັ້ນ, ລັດຖະບານ​ມີ​ມາດ​ຕະການ​ຍົກ​ສູງ​ໂຄງການ​ຮັບປະກັນ​ຊີວິດ​ສັງ​ຄົມ, ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ, ທຶນ ODA, FDI, ຜັນ​ຂະຫຍາຍບັນດາ​ມາດ​ຕະການ​ລະດົມ, ​ເພີ່ມ​​ເຕີມ​ແຫຼ່ງທຶນ​ໃຫ້​ພື້ນຖານ​ໂຄງ​ລ່າງ”

ກອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 4/6, ຄະນະ​ຜູ້​ແທນ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ໄດ້​ໄປ​ຢ້ຽມຢາມ​ສະພາບ​ຕົວ​ຈິງ​ຢູ່​ບັນດາ​ກິດຈະກຳ, ​ໂຄງການ ​ໂດຍ​ອົງການ​ຈັດ​ຕັ້ງ​ຕ່າງໆ, ລັດຖະບານ​ຕ່າງປະ​ເທດ​ອຸປະຖຳ​ໃຫ້​ແກ່​ແຂວງ​ກວາງ​ຈິ້. ທ່ານ​ນາງ Victoria Kwakwa, ຜູ້ອຳນວຍການ​ທະນາຄານ​ໂລກ​ປະຈຳ​ຫວຽ​ດນາມ ຖື​ວ່າ, ຈຳນວນ​ທຶນ​ທີ່​ບັນດາ​ນັກ​ອຸປະຖຳ​ສາກົນ​​ສົ່ງ​ໃຫ້​ແກ່​ຫວຽດນາມ ​ແມ່ນ​ໜ້ອຍ​ທີ່​ສຸດ​ເມື່ອ​ທຽບ​ໃສ່​ທຸກ​ສິ່ງ​ທຸກ​ຢ່າງ​ ທີ່​ລັດຖະບານ​ຫວຽດນາມ ​ໄດ້​ລົງທຶນ ​ແລະ ສະ​ຫງວນ​ໃຫ້​ແກ່​ກິດ​ຈະ​ການ​ລົງ​ລ້າງ​ຄວາມອຶດຫິວ ຫຼຸ​ກຜ່ອນ​ຄວາມທຸກ​ຍາກ. ການ​ພັດທະນາ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ​ໄດ້​ສະ​ແດງ​ໃຫ​​້​ເຫັນ​ວ່າ ຫວຽດນາມ​ ນຳ​ໃຊ້​ແຫຼ່ງທຶນ​ຕ່າງໆ​ຂອງ​ບັນດາ​ນັກ​ອຸປະຖຳ​ສາກົ​ນຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ