ການເຄື່ອນໄຫວ ສະເຫຼີມສະຫຼອງ 65 ປີ ແຫ່ງວັນທົ່ວປະເທດທຳ ການຕໍ່ຕ້ານ

ການເຄື່ອນໄຫວ ສະເຫຼີມສະຫຼອງ 65 ປີ  ແຫ່ງວັນທົ່ວປະເທດທຳ ການຕໍ່ຕ້ານ - ảnh 1
ອອກຄຳສັ່ງທຳການຕໍ່ຕ້ານທົ່ວປະເທດ (ພາບ: internet)

ວັນ​ທີ 19/12 ​ແມ່ນ​ວັນ​ສະ​ເຫລີ​ມສະຫລອງ 65 ປີ ​ແຫ່​ງວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ (19/12/1946 – 19/12/2011). ໜັງສືພິມ ກວນ​ໂດ້ຍ​ເຍີ​ຍ​ເຢີ​ນ ສຽງ​ຂອງ​ກອງທັບ ປະຊາຊົນ​ຫວຽດນາມ​ໄດ້​ມີ​ບົດນຳ​ດ້ວຍ​ຫົວ​ຂໍ້​ວ່າ: ບົດ​ຮຽນ​ກ່ຽວ​ກັບ​ກຳລັງ​ແຮງ​ມະຫາ​ສາມັກຄີທົ່ວ​ປວງ​ຊົນ​ທັງ​ຊາດ. ບົດນຳ​ໄດ້​ເນັ້ນ​ໜັກ​ວ່າ: ​ໂດຍ​ອີງ​ໃສ່​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ, ການ​ຕໍ່ຕ້ານກູ້​ຊາດຈຶ່ງ​ບັນລຸ​ໄດ້​ໄຊຊະນະ.

​ເນື່ອງ​ໃນ​ໂອກາດ​ນີ້, ການ​ເຄື່ອນ​ໄຫວ​ຕ່າງ​ໆ ກໍ່​ໄດ້ຈັດ​ຂຶ້ນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ ​ເພື່ອ​​ຊົມ​ເຊີຍ​​ເຫດການ​ດ່ັງກ່າວ. ຕອນ​ບ່າຍ​ວັນ​ທີ 19/12, ຢູ່​ຮ່າ​​ໂນ້ຍ, ສະມາຄົມ​ວິຈິດ​ສິນ​ຫວຽ​ດນາມ​​ໄດ້​ໄຂ​ງານ​ວາງສະ​ແດງ “ຂົວ​ລອງ​ບຽນ - ຄວາມ​ຊົງ​ຈຳ ​ແລະ ປະຈຸ​ບັນ”.

ຂ່າວ/ບົດ​ອື່ນ