ການເຄື່ອນໄຫວ ຫລາຍຢ່າງມຸ່ງ ໄປສູ່ວັນເດັກນ້ອຍ ສາກົນ 1/6

ການເຄື່ອນໄຫວ ຫລາຍຢ່າງມຸ່ງ ໄປສູ່ວັນເດັກນ້ອຍ ສາກົນ 1/6 - ảnh 1
ທ່ານ​ນາງ Nguyen Thi Kim Tien ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໄດ້​ລົງ​ຢ້ຽມຢາ ເດັກນ້ອຍຖຶກພະຍາດຫນັກ
ພາບປະກອບ: :internet

(vovworld) -  ​ເນື່ອງ​ໃນ​ໂອກາດ​ວັນ​ເດັກນ້ອຍ​ສາກົນ 1/6, ຕອນ​ບ່າຍ​ວັນ​ທີ 31/5, ທ່ານ​ນາງ Nguyen Thi Kim Tien ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ 30 ຖົງ ​ໃຫ້​ແກ່​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຖືກ​ຕິດ​ພະຍາດ​ຫນັກ ທີ່​ພວມ​ຮຳ່ຮຽນ​​ໃນ​ຊຸດ​ຮຽນ​ແຫ່ງ​ຄວາມ​ຫວັງ ​ຢູ່ ​ໂຮງໝໍ ​ເດັກ​ສູນ​ກາງ. ທ່ານ​ນາງ ລັດຖະມົນຕີ Nguyen Thi Kim Tien ຢືນຢັນ​ວ່າ: ຊຸດ​ຮຽນ​ນີ້  ຢູ່ ​ໂຮງໝໍ ​ແມ່ນ​ມີ​ລັກສະນະ​ວັດທະນະທຳ​ມະນຸດ ຊ່ວຍ​ໃຫ້​ພວກ​ຫລານ​ຖືກ​ຕິດ​ພະ​ຍາດ​ຫນັກ ບັນ​ເທົາ​ຄວາມ​ເຈັບ​ປວດ​ທາງ​ຮ່າງກາຍ​ໄດ້​ສ່ວນ​ໃດ​ສ່ວນ​ຫນຶ່ງ ກໍ​ຄື​ແບ່ງ​ເບົາ​ຄວາມ​ຫຍຸ້ງຍາກ​ກັບບັນດາ​ຄອບຄົວ​ທີ່ມີ​ລູກ​ພວມ​ປິນປົວຢູ່​ໂຮງໝໍ. ທ່ານ​ນາງ Nguyen Thi Kim Tien ​ເວົ້າ​ວ່າ:

        “ຕາມທຳ​ມະ​ດາ​ແລ້ວ ປິນປົວ​​ຄົນ​ເຈັບ ​ແມ່ນ​ຕ້ອງ​ນຳ​ໃຊ້​ຢຸກຢາ​, ອາຫານ ​ແລະ ປັດ​ໄຈ​ຈິດຕະສາດ​. ​ແລະ ປັດ​ໄຈ​ຈິດຕະສາດ​ ​ແມ່ນ​ມີ​ຄວາມ​ໝາຍ​ຕັດສິນ​​ເຖິງ​ໝາກຜົນ​ການ​ປິນປົວ, ​ເປັນ​ຕົ້ນ​​ແມ່ນສຳລັບ​ພະຍາດ​ຊຳ​ເຮື້ອ ​ແລະ ພະຍາດຫນັກ. ຄວາມມານະ​ຈິດ, ​ແລະ ຄວາມ​ມ່ວນ​ຊື່ນ​ສາມາດ​ຊ່ວຍ​ໃຫ້​ພວກ​ຫລານ​ຮູ້ສຶກ​ວ່າ ​ໄລຍະ​ເວລາ​ນອນ​ໂຮງໝໍ​ບໍ່​ດົນ​ເກີນ​ໄປ, ພະຍາດ​ຈະ​ຫາຍ​ດີ​​ໄວ​ກວ່າ.”

 

ຂ່າວ/ບົດ​ອື່ນ