ການເຄື່ອນໄຫວ ຫລາຍຢ່າງລະນຶກ 58 ປີ ແຫ່ງໄຊຊະນະ ດ້ຽນບຽນຝູ

ການເຄື່ອນໄຫວ ຫລາຍຢ່າງລະນຶກ 58 ປີ ແຫ່ງໄຊຊະນະ ດ້ຽນບຽນຝູ - ảnh 1
( ໄຊຊະນະ​ດ້ຽນບຽນ​ຝູ 07/05/1945)

(vovword)- ຕອນ​ເຊົ້າ​ວັນ​ທີ 7/5, ນະຄອນ ດ້ຽນບຽນ ​ໄດ້​ຈັດ​ຕັ້ງ​ພິທີ​ລະນຶກ 58 ປີ​ແຫ່ງ​ວັນໄຊຊະນະ​ດ້ຽນບຽນ​ຝູ (07/05/1945- 07/05/2012). ກ່າວສູນ​ທອນ​ທີ່​ພິທີ, ທ່ານ ​Le Trong Khoi ​ເລ​ຂາ​ຄະນະ​ພັກ​ແຂວງ ດ້ຽນບຽນ ​ໄດ້​ຢືນຢັນວ່າ: ​ໄຊຊະນະ​ດ້ຽນບຽນ​ຝູ ​ແມ່ນ​ບັ້ນ​ຮົບ​ສະ​ແດງ​ໃຫ້​ເຫັນ​ບາດກ້າວ​ເຕີບ​​ໃຫຍ່​ຢ່າງ​ກະ​ໂດດ​ຂັ້ນກ່ຽວ​ກັບ​ການ​ສູ້​ຮົບ​ຂອງ​ກອງ​ທັບ​ປະຊາຊົນ​ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ວິລະ​ກຳ​ສູ້​ຮົບ​ທີ່​ລືຊາ​ຜາກົດໃນ​ປະຫວັດສາດ​​ແຫ່ງ​ການຕໍ່ສູ້​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຂອງ​ຊາດ ຫວຽດນາມ ​ໃນ​ສັດຕະວັດ​ທີ 20. ​ໄຊຊະນະ​ ດ້ຽນບຽນ​ຝູ ​ໄດ້​ເປີດ​ສາກ​ການ​ຫຼົ້ມ​ເຫຼວ​​ຂອງ​ລັດທິ​ລ່າ​ເມືອງ​ຂຶ້ນ, ​ເປັນ​ການ​ລະດົມ​ກຳລັງ​ໃຈ​ຢ່າງ​ແຂງ​ແຮງ​ຕໍ່​ຂະ​ບວນການ​ປົດ​ປ່ອຍ​ຊາດ, ຕໍ່ສູ້​ເພື່ອ​ສັນຕິພາບ, ​ເອກະລາດ, ຄວາມ​ກ້າວຫນ້າ​​ສັງຄົມ​ຂອງ​ບັນດາ​ປະ​ເທດຫົວ​ເມືອງ​ຂຶ້ນ​ໃນ​ໂລກ.

​ໃນ​ຊຸມ​ມື້​ນີ້, ບັນດາ​ທ້ອງ​ຖິ່ນ, ສະມາຄົມ​ນັກຮົບ​ເກົ່າ​​ຂັ້ນ​ຕ່າງໆຢູ່ ​ແຂວງ ດ້ຽນບຽນ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ, ຢື້​ຢາມ​ຖາມ​ຂ່າວ​ບັນດາ​ນັກ​ຮົບ​ເກົ່າ​ທີ່​ໄດ້​ເຂົ້າ​ຮ່ວມ​ບັ້ນ​ຮົບ ດ້ຽນບຽນຝູ​ໃນ​ເມື່ອ​ກ່ອນ, ​ໂອ້​ລົມ​ສົນທະນາ, ຫວນ​ຄືນ​ປະຫວັດສາດອັນ​ສະຫງ່າ​ລາສີ​ຂອງ​ໄຊຊະນະ​ດ້ຽນບຽນ​ຝູ ​ແລະ ບົດບາດ​ຂອງ​ບັນດາ​ນັກຮົບ​ເກົ່າ​ໃນ​ການ​ສ້າງສາ​ຊີວິດ​ໃນ​ປະຈຸ​ບັນ.
ແລະກໍເພື່ອສະເຫຼີມສະຫຼອງເຫດການປະຫວັດສາດອັນສຳຄັນນີ້, ຕອນ​ຄ່ຳ​ວັນ​ທີ 6/5, ​ແຂວງ ດ້ຽນບຽນ ​ໄດ້​ສົມທົບ​ກັບ​ແຂວງ ທາຍ​ງວຽນ ຈັດ​ຕັ້ງ​ການຖ່າຍ​ທອດ​ສົດ​ທາ​ງ​​ໂທລະພາບ ດ້ຽນບຽນ - ທາຍ​ງວຽນ, ດ້ວຍ​ຫົວ​ຂໍ້​ວ່າ: “ຈາກ ATK ທາຍ​ງວຽນ ​ເຖິງໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຟູ໋” ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 58 ປີ​ແຫ່ງ​ໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຟູ໋. ການ​ຖ່າຍ​ທອດ​ສົດ​ນີ້ ​ໄດ້​ນຳ​ສະ​ເໜີ​ຟິມຮູບ​ເງົາ, ສາລະ​ຄະດີ ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ, ລຳບາກ​ແຕ່​ ສະຫງ່າ​ລາສີ​ຂອງ​ກອງທັບ - ປະຊາຊົນ​ຫວຽ​ດນາມ ​ໃນ​ໄລຍະ 9 ປີ​ທຳ​ການ​ສູ້​ຮົບ​ໃຫ້​ແກ່​ຜູ້​ຊົມ. ທ່ານ Nguyen Truong Xuan, ນັກຮົບ​ເກົ່າ​ຜູ້​ໜຶ່ງ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ນະຄອນ ດ້ຽນບຽນ​ຟູ໋ ​ໃຫ້​ຮູ້​ວ່າ: “​ໃນ​ຊຸມ​ວັນ​ນີ້, ປະຊາຊົນ ດ້ຽນບຽນ ພວກ​ຂ້າພະ​ເຈົ້າ ​ໃຜໆ​ກໍ​ມຸ່ງ​ໄປ​ສູ່ວັນ​ສະ​ເຫຼີ​ມສະຫຼອງ​ໄຊຊະນະ​ດ້ຽນບຽນ​ຟູ໋ ດ້ວຍ​ຄວາມ​​ເອກອ້າງ​ທະ​ນົງ​ໃຈຢ່າງ​ເລິກ​ເຊິ່ງ. ​​ເມື່ອໄດ້​ຮັບ​ຊົມ, ຮັບ​ຟັງ​ຜ່ານ​ການເລົ່າ​ເລື່ອງ​ຂອງ​ບັນດາ​ນັກຮົບ​ເກົ່າ, ບັນດາຕົວ​ພິຍານ​ປະຫວັດສາດ, ຂ້າພະ​ເຈົ້າ​ຮູ້ສຶກຄື​ດັ່ງ​ຕົນ​ເອງໄດ້​ກັບ​ຄືນ​ສູ່​ບັ້ນ​ຮົບ​​​ໃນ​ ເມື່ອກ່ອນ. ​ຂ້າພະ​ເຈົ້າ ​ແລະ ປະຊາຊົນ​ທຸກ​ຄົນ​ ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ, ປະກອບສ່ວນ​ສ້າງສາ​ເຂດ​ດິນ​ແດນ​​ແຫ່ງນີ້​​ໃຫ້ນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມ ​ແລະ ​ຮັ່ງມີ​ເຂັ້ມ​ແຂງ”

ຂ່າວ/ບົດ​ອື່ນ