ການເຄື່ອນໄຫວ ຫຼາຍຢ່າງເພື່ອຕອບ ສະໜອງເດືອນ ຊາວໜຸ່ມ

ການເຄື່ອນໄຫວ ຫຼາຍຢ່າງເພື່ອຕອບ ສະໜອງເດືອນ ຊາວໜຸ່ມ - ảnh 1
( ພາບ: baodientu.chinhphu.vn )

(vovworld) - ວັນ​ທີ 4/3, ຢູ່​ເມືອງ​ບາດ​ຊາດ, ​ແຂວງ​ລາວ​ກາຍ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ໄດ້ຈັດ​ຕັ້ງ​ພິທີຜັນ​ຂະຫຍາຍ​ການ​ປະຕິບັດ​ເດືອນ​ຊາວ​ໜຸ່ມ 2012. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມອບ​ໝາຍ​ໜ້າ​ທີ່​ໃຫ້​ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ​, ໜ້າ​ທີ່​ຈຸດ​ສຸມ​ແມ່ນ​ຕ້ອງ​ນຳ​ໜ້າ​ໃນ​ການປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ໄຊ.

        ​ໃນ​ເດືອນ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ແຂວງ ລາວ​ກາຍ ​ໄດ້​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ສຳຄັນ​ຄື: ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ກໍ່ສ້າງ​​ເສັ້ນທາງ​ຄົມມະນາຄົມ​ຢູ່​ເຂດ​ຊົນນະບົດ, ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ, ຫໍ​ວັດທະນະທຳ​ບ້ານ, ບ່ອນ​ດຳ​ເນີນ​ຊີວິດ, ລະ​ຫຼິ້ນ​ໃຫ້​ແກ່​ຊາວ​ໜຸ່ມ-ເຍົາວະ​ຊົນ, ບັນດາ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປູກ​ປ່າ…

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 3/3, ຄະນະຊາວ​ໜຸ່ມກອມ​ມູນິດ​​ໂຮ່ຈີ​ມິນ ​ແຂວງ​ກວາງ​ຫງາຍ ​ໄດ້​ຈັດ​ພິທີຕອບ​ສະໜອງ​ເດືອນ​ຊາວ​ໜຸ່ມປີ 2012 ດ້ວຍ​ຫົວ​ຂໍ້​ວ່າ ”ຊາວ​ໜຸ່ມ​ກວາງ​ຫງາຍ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ວົງ​ຄະນາ​ຍາດ, ກໍ່ສ້າງ​ຊົນນະບົດ​ໃໝ່”. ​ໃນ​ວັນ​ດຽວ​ກັນ,  ຢູ່​ເມືອງ​ເຈືອງ​ມີ, ຮ່າ​ໂນ້ຍ, ກໍ່​ຈັດ​ຕັ້ງ​ພິທີຜັນ​ຂະຫຍາຍ​ການ​ປະຕິບັດ​ເດືອນ​ຊາວ​ໜຸ່ມ 2012​ ເຊັ່ນ​ດຽວ​ກັນ. ວັນ​ທີ 3/3, ຢູ່​ໂຮງຮຽນ​ວິທະຍາ​ໄລ​ເສດຖະກິດ​-ອຸດສາຫະກຳ​ຮ່າ​ໂນ້ຍ, ກໍ່​ຈັດພິທີຜັນ​ຂະຫຍາຍ​ການ​ປະຕິບັດ​ເດືອນ​ຊາວ​ໜຸ່ມ 2012 ດ້ວຍ​ຫົວ​ຂໍ້​ວ່າ ”ຮ່ວມ​ແຮງ​ຮ່ວມ​ໃຈດຳ​ເນີນ​ງານ​ເພື່ອ​ຄວາມ​ສີວິ​ໄລ​ໃນ​ເຂດ​ຕົວ​ເມືອງ”

ຂ່າວ/ບົດ​ອື່ນ