ການເຄື່ອນໄຫວ ເສດຖະກິດຂອງ ຫວຽດນາມຈະຄອ່ຍຟື້ນຟູ ໃນໄຕມາດທີ່ 4 ປີ 2012

ການເຄື່ອນໄຫວ ເສດຖະກິດຂອງ ຫວຽດນາມຈະຄອ່ຍຟື້ນຟູ ໃນໄຕມາດທີ່ 4 ປີ 2012  - ảnh 1
ການເຄື່ອນໄຫວ ເສດຖະກິດຂອງ ຫວຽດນາມ
ຈະຄອ່ຍຟື້ນຟູ ໃນໄຕມາດທີ່ 4 ປີ 2012


Vovworld- ຫວ່າງ​ແລ້ວ​ນີ້, ທະນາຄານ HSBC ​ໄດ້​ປະກາດ​ດັດຊະນີ PMI TM   ຂະ​ແໜງຜະລິດ​ຫວຽດນາມ, ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ດັດຊະນີ​ນີ້​ໄດ້​ເພີ່ມ​ຂຶ້ນ​ຈາກ 43,6 ຄະ​ແນນ​ໃນ​ເດືອນ 7 ຂຶ້ນ​ເປັນ 47,9 ຄະ​ແນນ​ໃນ​ເດືອນ 8/2012. ດັດຊະນີ​ນີ້ ກໍ​ເຊັນ​ດຽວ​ກັນ​ກັບ​ການ​ຫຼຸດຜ່ອນ​ເລກ​ນ້ອຍ ​ແຕ່​ກໍ​ເປັນ​ລະດັບ​ຕ່ຳ​ສຸດ​ນັບ​ແຕ່​ເດືອນ​ 5 ປີ​ນີ້. ຕາມ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ຂອງ​ທະນາຄານ​ດັ່ງກ່າວ​ແລ້ວ, ​ເຖິງ​ວ່າ​ບັນດາ​ເງື່ອນ​ໄຂ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ, ຄວາມ​ຝືດເຄືອງຂອງ​ຂະ​ແໜງ​ການ​ຜະລິດ​ໄດ້​ຫຼຸດ​ລົງ, ຊຶ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ ການ​ເຄື່ອນ​ໄຫວ​ເສດຖະກິດ​ຂອງ​ຫວຽດ ນາມ ​ຈະ​ຄອ່ຍຟື້ນ​ຟູ​ໃນ​ໄຕ​ມາດ​4 ປີ 2012 . ດ້ວຍ​ຄວາມ​ຕ້ອງການ​ຢູ່​ພາຍ​ໃນ​ປະ​ເທດ​ໃນ​ລະດັບ​ຕ່ຳ, ພິ​ເສດ​ເມື່ອ​ຊາວ​ຫວຽດນາມ​ຫຼາຍ​ຄົນພະຍາຍາມຫຼຸດຜ່ອນ​ໜິ້ສິນ​ຂອງ​ລັດ, ລະດັບ​ເຕີບ​ໂຕ GDP ປີ​ນີ້ຊັກ​ຊ້າ​ລົງ​ຄື 5,1%. ດ້ວຍ​ອັດຕາ​ເງິນ​ເຟີ້​ກັບ​ຕ່າວເພີ່ມ​ຂຶ້ນຍ້ອນ​ລາຄາ​ສິນຄ້າ​ເພີ່ມ​ຂຶ້ນ​ສູງ, ທະນາຄານ​ແຫ່ງ​ລັດ​ອາດ​ຈະ​ແຊກ​ແຊງ​ດ້ວຍ​ວິທີ​ສືບ​ຕໍ່​ຫຼຸດ​ອັດຕາ​ດອກ​ເບັ້ຍ​ເງິນ​ກູ້ ​ແລະ ອີງ​ໃສ່​ບັນດາ​ມາດ​ຕະການ​ບໍລິຫານ​ເພື່ອ​ຊຸກຍູ້​ການ​ໃຊ້​ສອຍ.

 

 

ຂ່າວ/ບົດ​ອື່ນ