ການເຄື່ອນໄຫວກູ້ຊ່ວຍ,ສະໜັບສະໜູນພໍ່ແມ່ປະຊາຊົນບັນດາແຂວງພູດອຍທາງພາກເໜືອຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 08 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີນ, ໄດ້ຮັບເງິນສະໜັບສະໜູນຈາກພະນັກງານ, ພາລະກອນ, ລັດຖະກອນ, ຄົນງານຫ້ອງວ່າການລັດຖະບານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ….ທີ່ຊ່ວຍເຫຼືອປະຊາຊົນຖືກເສຍຫາຍຍ້ອນຝົນຕົກ
ການເຄື່ອນໄຫວກູ້ຊ່ວຍ,ສະໜັບສະໜູນພໍ່ແມ່ປະຊາຊົນບັນດາແຂວງພູດອຍທາງພາກເໜືອຫວຽດນາມ - ảnh 1 (ການເຄື່ອນໄຫວກູ້ຊ່ວຍ,ສະໜັບສະໜູນພໍ່ແມ່ປະຊາຊົນ ບັນດາແຂວງພູດອຍທາງພາກເໜືອຫວຽດນາມ)

ນ້ຳແກ່ງຢູ່ບັນດາແຂວງເຂດພູດອຍທາງພາກເໜືອ ຜ່ານມາ, ດ້ວຍຈຳນວນເງິນ 1,6 ຕື້ດົ່ງ. ທ່ານ ມາຍຕ໋ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່່າການລັດຖະບານ ໃຫ້ຮູ້ວ່າ, ຈະຈັດແບ່ງ, ມອບສົ່ງຈຳນວນເງິນສະໜັບສະໜູນເຖິງບັນດາທ້ອງຖິ່ນຖືກເສຍຫາຍໂດຍໄວ ແລະ ທັນການ ຖືກເປົ້າໝາຍ, ຊ່ວຍພໍ່ແມ່ປະຊາຊົນແກ້ໄຂຄວາມຫຍຸ້ງຍາກ, ສະຖຽນລະພາບກ່ຽວກັບເຮືອນຢູ່ ເພື່ອສືບຕໍ່ການລ້ຽງປູກ, ທຳການຜະລິດ, ພັດທະນາເສດຖະກິດ…

        ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດໄດ້ຮັບເຄື່ອງບັນເທົາທຸກ 30 ໂຕນ ເພື່ອກຸຊ່ວຍພໍ່ແມ່ປະຊາຊົນຖືກເສຍຫາຍຍ້ອນນ້ຳແກ່ງ ແລະ ດິນເຊາະເຈື່ອນຢູ່ບັນດາເຂດພູດອຍທາງພາກເໜືອ ໂດຍສູນປະສານງານພາກພື້ນອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໄພທຳມະຊາດ (AHA) ມອບໃຫ້. ຕາມແຜນການ, ໃນວັນທີ 09 ສິງຫາ, ເຄື່ອງບັນເທົ່າທຸກດັ່ງກ່າວຈະໄດ້ຂົງສົ່ງມາກຸຊ່ວຍໃຫ້ປະຊາຊົນເຂດຖືກຜົນສະທ້ອນຢ່າງໜັກຫຼ່ວງຍ້ອນນ້ຳແກ່ງ, ດິນເຊາະເຈື່ອນຢູ່ບັນດາແຂວງ ເຊີນລາ, ອຽນບ໋າຍ ແລະ ເງະອານ.

ຕອບກັບ

ຂ່າວ/ບົດ​ອື່ນ