ການເຄື່ອນໄຫວຂອງ ຄະນະຜູ້ແທນຫວຽດນາມ ຢູ່ກອງປະຊຸມຄັ້ງທີ 144 ຂອງ FAO

ການເຄື່ອນໄຫວຂອງ ຄະນະຜູ້ແທນຫວຽດນາມ ຢູ່ກອງປະຊຸມຄັ້ງທີ 144 ຂອງ FAO - ảnh 1

(vovworld) - ກອງ​ປະຊຸມ​ຄັ້ງ​ທີ 144 ຂອງ​ສະພາ​ອົງການອາຫານ ​ແລະ ການ​ກະ​ເສດ​ສະຫະ​ປະຊາ​ຊາດ (ຫຼື FAO) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງການ​ໃນ​ວັນ​ທີ 11/6 ຢູ່​ນະຄອນຫຼວງ Roma ຂອງ ອີ​ຕາ​ລີ. ກອງ​ປະຊຸມ FAO ພາກ​ພື້ນ ອາຊີ - ປາຊີ​ຟິກຄັ້ງ​ທີ 31 ດ້ວຍ​ຫົວ​ຂໍ້​ວ່າ “ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ ອຶດຫິວ ຢູ່​ເຂດ​ຊົນນະບົດ”, ​ໄດ້​ແລກປ່ຽນ, ປຶກສາ​ຫາລື ​ແລະ ຍົກ​ອອກ​ບາງ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຄ້ຳປະ​ກັບ​ດ​້ານສະບຽງ​ອາຫານ ​ແລະ ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ເຂດ​ຊົນນະບົດ​ຫຼຸດຜ່ອນ​ຄວາມ​ອຶດຫິວ​ທຸກ​ຍາກ. ທ່ານ Cao Duc Phat, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາຊົນນະບົດ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ, ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ທີ່​ບັນລຸ​ໄດ້​ຂອງ​ກອງ​ປະຊຸມ FAO ພາກ​ພື້ນ ອາ​ຊີ - ປາ​ເຊ​ຟິກ ຄັ້ງ​ທີ 31 (ຫຼື APRC 31) ​ເຊິ່ງຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ​ໃນ​ລະ​ຫວ່າງ​ວັນ​ທີ 12 – 16/3/2012. ທີ່​ວາລປະຊຸ​ມຄັ້ງ​ນີ້, ຫວຽດນາມ ສະ​ແດງ​ຄວາມ​ປາດ​ຖະໜາ ຢາກ​ໃຫ້ FAO ຊ່ວ​ຍເຫຼືອ, ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ຜູ້ຊ່ຽວຊານ​ຫວຽດນາມ ​ໄປເຮັດ​ວຽກ​ໃຫ້ FAO. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄາດ​ວ່າ, ຫວຽດນາມ ຈະ​ສົ່ງ​ບັນດາ​ຜູ້ຊ່ຽວຊານ ອັນ​ດັບ​ໜຶ່ງ​ໃນ​ຂົງ​ເຂດ​ຜະລິດ​ເຂົ້າສານ, ສິນ​ໃນ​ນ້ຳ, ພັດທະນາ​ຊົນນະບົດ ​ໄປ​ເຮັດ​ວຽກ ຢູ່ FAO.

ຢູ່​ນອກ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ Cao Duc Phat ​ໄດ້​ມີ​ການ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ FAO ຈຳນວນໜຶ່ງ, ສະ​ເໜີ​ໃຫ້ FAO  ພິຈາລະ​ນາ, ດັດ​ປັບ​ໂຄງການ “ໜູນ​ຊ່ວຍ​ ເງິນ 500.000 USD ຢ່າງ​ຮີບ​ດ່ວນ ​ເພື່ອ​ຄວບ​ຄຸມ​ການ​ແຜ່​ລາມ​ຂອງ​ໂລກລະບາດ​ໃນ ກຸ້ງ ທີ່​ຍັງ​ບໍ່​ທັນຊອກ​ຫາ​ໄດ້​ສາຍ​ເຫດ” ທີ່​ມີ​ມູນ​ຄ່າ.

 

ຂ່າວ/ບົດ​ອື່ນ