ການເຄື່ອນໄຫວຂອງ ທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນການຢ້ຽມຢາມທາງລັດຖະກິດ ລາຊະອານະຈັກ ກຳປູເຈຍ.

(VOVWORLD) -ທ່ານປະທານສະພາສູງ ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ມີຄວາມເຊື່ອໝັ້ນວ່າ ການ ຢ້ຽມຢາມຄັ້ງນີ້ຂອງ ທ່ານ ຫງວຽນຟູຈ້ອງ ຈະປະກອບສ່ວນສຳຄັນໃນການເພີ່ມພູນຄູນສ້າງ ແລະ ເຮັດໃຫ້ສາຍພົວພັນລະຫວ່າງສອງ ປະເທດ ເລິກເຊິ່ງກ່ວາ.
ການເຄື່ອນໄຫວຂອງ ທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນການຢ້ຽມຢາມທາງລັດຖະກິດ ລາຊະອານະຈັກ ກຳປູເຈຍ. - ảnh 1ທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ  ທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ.

ສືບຕໍ່ການເດີນທາງຢ້ຽມຢາມທາງລັດຖະກິດ ລາຊະອານະຈັກກຳປູເຈຍ, ວັນທີ 26 ກຸມພາ, ຢູ່ນະຄອນ ຫຼວງ Phnom Penh  ປະເທດ ກຳປູເຈຍ, ທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ພົບປະ ກັບ ທ່ານ Samdech Say Chhum ປະທານ ສະພາສູງ ກຳປູເຈຍ ແລະ ທ່ານ Samdech Heng Samrin ປະທານກິດຕິມະສັກພັກປະຊາຊົນ ກຳປູເຈຍ, ປະທານສະພາແຫ່ງຊາດ ກຳປູເຈຍ.

ທ່ານປະທານສະພາສູງ ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ມີຄວາມເຊື່ອໝັ້ນວ່າ ການ ຢ້ຽມຢາມຄັ້ງນີ້ຂອງທ່ານ ຫງວຽນຟູຈ້ອງ ຈະປະກອບສ່ວນສຳຄັນໃນການເພີ່ມພູນຄູນສ້າງ ແລະ ເຮັດໃຫ້ສາຍພົວພັນລະຫວ່າງສອງ ປະເທດ ເລິກເຊິ່ງກ່ວາ. ຜູ້ນຳທັງສອງທ່ານໄດ້ສະແດງຄວາມປະທັບໃຈກ່ຽວກັບບັນດາຜົນສຳເລັດທີ່ ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ, ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມ ທີ່ນັບມື້ນັບສູງຂຶ້ນ ໃນພາກພື້ນ ແລະ ໃນໂລກ. ບັນດາການນຳ ສະພາສູງ ແລະ ສະພາແຫ່ງຊາດ ກຳປູເຈຍຢັ້ງຢືນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມເອົາໃຈໃສ່ເປັນພິເສດເພື່ອການຊຸກຍູ້ ແລະ ເພີ່ມທະວີການພົວພັນ ຮ່ວມມືໃນທຸກຂົງເຂດລະຫວ່າງກຳປູເຈຍ ແລະ ຫວຽດນາມ, ຊຸກຍູ້ການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງລະຫວ່າງສອງປະເທດບົນຈິດໃຈສະເໝີພາບ, ເຄົ້າລົບເຊິ່ງກັນແລະກັນ, ມິດຕະພາບ ແລະ ບ້ານໃກ້ເຮືອນຄຽງທີ່ດີ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ຢັ້ງຢືນວ່າ ສິ່ງບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມແມ່ນປັບປຸງ ແລະ ພັດທະນາສາຍພົວພັນກັບບັນດາປະເທດ ບ້ານໃກ້ເຮືອນຄຽງຢ່າງບໍຢຸດຢັ້ງ, ໃນນັ້ນມີ ກຳປຸເຈຍ. ທ່ານ ຫງວຽນຟູຈ້ອງສະເໜີໃຫ້ບັນດາອົງການລັດຖະສະພາຂອງສອງປະເທດຄວນແລກປ່ຽນຄະນະຜູ້ແທນໃນທຸກຂັ້ນເປັນປະຈຳ, ແລກປ່ຽນບົດຮຽນນິຕິບັນຍັດ, ເອົາໃຈໃສ່ໃນການສ້າງເງື່ອນໄຂດ້ານນິຕິກຳທີ່ສະດວກເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງການໄປມາ, ດຳລົງຊີວິດ ແລະ ທຳມະຫາກິນ ຂອງພົນລະເມືອງສອງປະເທດຢູ່ທັງ 2 ປະເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານປະທານ ສະພາສູງ ແລະ ທ່ານ ປະທານ ສະພາແຫ່ງຊາດ ກຳປູເຈຍ ເຫັນດີເປັນເອກະພາບວ່າ ຄຽງຄູ່ກັບການຮ່ວມມືສອງຝ່າຍ, ຕ້ອງສືບຕໍ່ເພີ່ມທະວີການຮ່ວມມື, ເສີມຂະຫຍາຍກົນໄກປຶກສາແລະຟັງຄວາມຄິດເຫັນ, ປະສານສົມທົບຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຮ່ວມລັດຖະສະພາ, ປະຕິບັດບັນດາຖະແຫຼງການຮ່ວມ ລະຫວ່າງ ຫວຽດນາມ - ກຳປູເຈຍ, ບັນດາຂໍ້ຕົກລົງ, ສົນທິສັນຍາ ທີ່ໄດ້ຮັບການລົງນາມແລ້ວ ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ