ການເຄື່ອນໄຫວຂອງກະສັດ ກຳປູເຈຍ Norodom Sihamoni ຢູ່ ຫວຽດນາມ

ການເຄື່ອນໄຫວຂອງກະສັດ ກຳປູເຈຍ Norodom Sihamoni ຢູ່ ຫວຽດນາມ - ảnh 1
ທ່ານປະທານປະເທດ Truong Tan Sang ແລະ ກະສັດກຳປູເຈຍ
Norodom Sihamoni


(vovworld) -  ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang, ພະ​ບາດ​ສົມ​​ເດັດພະບໍຣົມມະນຽດພະ​ມະຫາ​ກະສັດກຳ​ປູ​ເຈຍ  Norodom Sihamoni ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 24 – 26/9. ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ທີ 4 ຂອງພະ​ບາດ​ສົມ​​ເດັດພະບໍຣົມມະນຽດພະ​ມະຫາ​ກະສັດກຳ​ປູ​ເຈຍ Norodom Sihamoni ນັບ​ແຕ່​​​ເມື່ອ​ຂຶ້ນ​ຄອງ​ລາຊະ​ບັນ​ລັງ​ເມື່ອ​ປີ 2004. ຕອນ​ບ່າຍ​ວັນ​ທີ 24/9, ພາຍຫລັງ​ພິທີ​ຕ້ອນຮັບ​ ພະ​ບາດ​ສົມ​​ເດັດພະບໍຣົມມະນຽດພະ​ມະຫາ​ກະສັດກຳ​ປູ​ເຈຍ  Norodom Sihamoni ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ທຳນຽບປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ມີ​ການ​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ ກະສັດ​ກຳປູ​ເຈຍ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​​ເນື່ອງໃນ​ໂອກາດ​ສອງ​ປະ​ເທດຈັດ​ຕັ້ງ​ການ​ເຄ່ືອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ສະ​ເຫລີ​ມສະຫລອງ ປີ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ 2012 ​ແລະ ສະ​ເຫລີ​ມສະຫລອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ​ເພີ່ມພູນ​ຄູນ​ສ້າງສາ​ຍພົວພັນ​ຖານ​ ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ ກັບ​ກຳປູ​ເຈຍ. ກະສັດ Norodom Sihamoni ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ສະຫງວນ​ການສະຫນັບສະຫນູນ ​ແລະ ຊ່ວຍ​ເຫລືອອັນ​ລ້ຳ​ຄ່າ​ໃຫ້​ແກ່ ກຳປູ​ເຈຍ​ໄລຍະ​ກ່ອນ​ນີ້​ກໍ​ຄື​ປະຈຸ​ບັນ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ແລະ ກະສັດ​ກຳປູ​ເຈຍ Norodom Sihamoni ​ເປັນ​ເອກະ​ພາບ​ກັນ​ເພີ່​ມທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນດີງາມລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ​ເມື່ອ​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ກະສັດ​ກຳປູ​ເຈຍ Norodom Sihamoni, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ຫນັກ​ວ່າ: ຍາມ​ໃດ​ຫວຽດນາມ ກໍ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ກຳປູ​ເຈຍ ສືບ​ຕໍ່​ມານະ​ພະຍາຍາມ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິຜົນ ​ເພ່ືອຄວາມວັດທະນາ​ຖາ​ວອນ​ລວມຂອງ​ທັງ ຫວຽດນາມ ​ແລະ ກຳປູ​ເຈຍ. ຕອນ​ຄຳ່​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ຈັດ​ງານ​ລ້ຽງ​ຮອງ​ຮັບ​ກະສັດ​ກຳປູ​ເຈຍ Norodom Sihamoni ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ກຳປູ​ເຈຍ.

   

ຂ່າວ/ບົດ​ອື່ນ