ການເຄື່ອນໄຫວຂອງທ່ານນາຍົກ ລັດຖະມົນຕີ Nguyen Tan Dung ຢູ່ ASEM ຄັ້ງທີ 9

ການເຄື່ອນໄຫວຂອງທ່ານນາຍົກ ລັດຖະມົນຕີ Nguyen Tan Dung ຢູ່ ASEM ຄັ້ງທີ 9 - ảnh 1
ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ຢູ່ ASEM 9
(ພາບ: VGP)

(vovworld) -     ດ້ວຍ​ຫົວ​ຂໍ້ “​ເພື່ອນ​ມິດ​ເພື່ອ​ສັນຕິພາບ - ຄູ່​ຮ່ວມມື​ເພື່ອຄວາມ​ວັດທະນາ​ຖາວອນ”, ກອງ​ປະຊຸມ​ສຸດ​ຍອດ​ອາຊີ - ​ເອີ​ລົບ (ASEM) ຄັ້ງ​ທີ 9 ​ໄດ້​ຖືກໄຂຂຶ້ຶນຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5/11 ຢູ່​ນະຄອນຫຼວງ​ວຽງຈັນ. ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ ASEM 9, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ນຳ​ໜ້າ ພ້ອມ​ກັບ​ປະ​ມູກ​ລັດ, ຜູ້ນຳ​​ລັດຖະບານ​ບັນດາ​ປະ​ເທດ​ສະມາຊິກ, ຄະນະ​ກຳມະການ​​ເອີ​ລົບ ​ແລະ ຄະນະ​ເລຂາ​ອາ​ຊຽນ ​​ໄດ້​ດຳ​ເນີນ​ການ​​ໂອ້​ລົມ​ສົນທະນາ, ​ເຈລະຈາ, ​ໄຈ້​​ແຍກ, ກຳນົດ​ທິດ ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ຕໍ່ມາດ​ຕະການ​ທີ​ມີ​ລັກສະນະຍຸດ​ທະ​ສາດ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ພວມ​ພົ້ນ​ເດັ່ນຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຟື້ນ​ຟູ​ເສດຖະກິດ, ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າທາຍທົ່ວ​ໂລກ, ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ພັດທະນາ​ຂອງ ASEM ​ໃນ​ອະນາຄົດ.
ໃນວັນດຽວກັນ, ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ ASEM 9 ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ​ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີ​ ຫວຽດນາມ Nguyen Tan Dung ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ປະ​ເທດ​ສະມາຊິກ ASEM ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ​ໃນ​ການ​ພົບ​ປະ​ກັບ​ປະທານາທິບໍດີ ຝລັ່ງ Francois Hollande ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ຍູ້​ໄວ​ບັນດາ​ໂຄງການ​ຮ່ວມ​ມື​ຈຸດ​ສຸມ. ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກໍ​ໄດ້ພົບ​ປະ​ແລ​ກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກັບ​ປະທານາ​ທິບໍດີ Bulgari, Rosen Plevneliev. ທ່ານ​ປະທານາທິບ​ໍດີ Rosen Plevneliev ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ພັດທະນາ​ກວ່າ​ອີກ ພິ​ເສດ​ໃນ​ຂົ​ງ​ເຂດ​ຮ່ວມ​ມື​ເສດຖະກິດ ການ​ລົງທຶນ ການ​ຄ້າ, ພະລັງງານ, ການ​ສຶກສາ​ບຳລຸງ​ສ້າງ, ສາທາລະນະ​ສຸກ… ປະທານາທິບໍດີ Rosen Plevneliev ​ໃຫ້​ຮູ້​ວ່າ ຈະ​ມາ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນ​ປີ​ຈະ​ມາ​ເຖິງ. ​

​ໃນ​ການ​ພົບ​ປະ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung  ​ແລະ ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono, ການ​ນຳ​ສອງ​ທ່ານ​ໄດ້​ຢືນຢັນ​ຈະ​ສືບ​ຕໍ່​ຮັກສາ​ບັນດາ​ການ​ຢ້ຽມຢາມ, ​ການແລກປ່ຽນ ​ແລະ ພົບ​ປະ​ຂອງ​ການ​ນຳ​ຂັ້ນ​ສູງ, ຜ່ານ​ນັ້ນ ຊຸກຍູ້​ທ່າ​ພັດທະນາ​ອັນ​ດີງາມ​ປະຈຸ​ບັນ.

ທີ່​ການ​ພົບ​ປະ​ລະຫວ່າ​ງທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ນາຍົກລັດຖະມົນຕີ ອີ​ຕາ​ລີ Mario Monti, ການ​ນຳ​ສອງ​ທ່ານ​ໄດ້​ເປັນ​ເອກະ​ພາບ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ຈັດ​ຕັ້ງ​ການ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ, ປັບປຸງ​ພື້ນຖານ​ເພື່ອ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​​ໃຫມ່.

ກ່ອນ​ໜ້າ​ນັ້ນ, ​ໃນຕອນ​ບ່າຍ​ວັນ​ທີ 4/11, ທ່ານ​ນາ​ຍົກ​ລັດຖະມົນຕີ NguyenTan Dung ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ທີ່​ສຳນັກງານ​ປະທານ​ປະ​ເທດ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້ຢືນຢັນ​ຄວາມ​ສຳຄັນ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ. ​ເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ປັບປຸງ​ພື້ນຖານ​ໃຫ້​ແກ່ກາ​ນພົວພັນ​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງແໜ້ນ​​ແຟ້ນ, ທ່ານ​ນາ​ຍົດ​ລັດຖະມົນຕີ Nguyen Tan Dung ​ໃຫ້​ຮູ້​ວ່າ ຈະ​ຊີ້​ນຳ​ບັນດາ​ແຂວງ, ນະຄອນ, ບັນດາ​ກຸ່ມ​ບໍລິສັດ ​ແລະ ລັດ​ວິ​ສາ​ຫະກິດ ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມືດ້ານ​ເສດຖະກິດ, ກາ​ນຄ້າ ​ແລະ ການ​ລົງທຶນ​ກັບ​ລາວ​ຫຼາຍ​ກວ່າ​ອີກ. ສ່ວນທ່ານ​​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ​ໄດ້​ຢືນຢັນ​ວ່າ ລາວ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊຸກຍູ້​ລະດັບ​ຄວາມ​ຄືບ​ໜ້າ, ຮັບປະກັນ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ​ເຊິ່ງ​ໄດ້ຮັບ​ການ​ຕົກລົງ​ລະຫວ່າງ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ