ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ຢູ່ຈີນ

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ຢູ່ຈີນ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung
ພົບປະກັບທ່ານ​ຮອງ​ປະທານ​ປະ​ເທດ​ ຊີ​ຈີນ​ພິງ
(ພາບ: chinhphu.vn)

(vovworld) -     ​ຕອນ​ເຊົ້າ​ວັນ​ທີ 21/9, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂງານ​ຕະຫຼາດນັດວາງສະ​ແດງ​ອາ​ຊຽນ - ຈີນ (CARXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ - ການ​ຄ້າ​ອາ​ຊຽນ - ຈີ​ນ (CABIS) ຄັ້ງ​ທີ 9, ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນ​ໜານ​ໜີງ, ​ແຂວງ​ກາງ​ສີ, ປະ​ເທດ​ຈີນ. ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ນີ້ ມີ​ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ຊີ​ຈີນ​ພິງ, ທ່ານ​ປະທານ​ນາ​ທິບໍດີ​ມ້ຽນ​ມາ Thein Sein, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ​ ທຳ​ມະ​ວົງ ​ແລະ ການ​ນຳ​ບັນດາ​ປະ​ເທດ​ອາ​ຊຽນ. ທ່ານ​ຮອງ​ປະທານ​ປະ​ເທດ​ ຊີ​ຈີນ​ພິງ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຖື​ກຈັດ​ຂຶ້ນ​ປະຈຳ​ປີ ​ໂດຍກະຊວງ​ການ​ຄ້າ​ຈີນ ​ແລະ 10 ປະ​ເທດ​ອາຊຽນ ພ້ອມ​ກັນ​ຈັດ​ຕັ້ງຢູ່​ໜານ​ໜີງ, ຜ່ານການຈັດ​ຕັ້ງ 8 ຄັ້ງ, CARXPO ​ແລະ CABIS ນັບ​ມື້​ນັບ​ໄດ້​ຢືນຢັນ​ຈຸດ​ຜົ້ນ​ເດັ່ນ​ຂອງ​ຕົນ ​ແລະ ​ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ບໍ່​ພຽງ​ແຕ່​ສຳລັບ​ວິ​ສາ​ຫະກິດ​ຈີນ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ​ເທົ່າ​ນັ້ນ, ຫາກ​ຍັງຕໍ່​ບັນດາ​ຄູ່​ຮ່ວມ​ມື​ຢູ່​ນອກ​ພາກ​ພື້ນ. CARXPO ​ແລະ CABIS ບໍ່​ພຽງ​ແຕ່​ແມ່ນ​ເວທີ​​ປາ​ໄສ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​​ຜ່ານ​ນີ້, ຈີນ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຊຸກຍູ້​ການ​ສ້າງ​ພາກ​ພື້ນ​ເສດຖະກິດ​ການ​ຄ້າ​ເສລີ​ອາ​ຊຽນ - ຈີນ, ກໍ​ຄື​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ໃນ​ພາກ​ພື້ນ, ​ເພີ່ມ​ທະວີ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ຈີນ ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ເລິກ​ເຊິ່ງຂຶ້ນ​ເຕີ່​ມ. ທ່ານ ຊີ​ຈີນ​ພິງ ​ເນັ້ນ​ໜັກ​ວ່າ, ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຈີນ ​ແມ່ນ ຖື​ເປັນ​ສຳຄັນ ​ແລະ ຢືດໝັ້ນ​ນະ​ໂຍບາຍ​ເປີດ​ກວ້າງ​ການ​ພົວພັນຮ່ວມ​ມືຢ່າງ​ບໍ່​ຢຸດ​ຢັ້ງ, ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ​​ເປັນ​ເພື່ອນ​​ກັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ, ປາດ​ຖະໜາ​ຢາກ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ, ບັນດາ​ບັນຫາ​ທີ່​ຍັງ​ມີຄວາມ​ຮັບ​ຮູ້​ແຕກ​ຕ່າງ​ກັນ​ລະຫວ່າງ​ຈີນ ​ແລະ ບັນດາ​ປະ​ເທດ​ໃນ​ອາ​ຊຽນ ດ້ວຍ​ວິທີ​ການເຈລະຈາ​​ໂດຍສັນຕິ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ. ທ່ານ​ຮອງ​ປະທານ​ປະ​ເທດ ຊີ​ຈີນ​ພິງ ​ໄດ້​ຢືນຢັນ​ວ່າ ຍາມ​ໃດ​ຈີນ ກໍ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ຈີນ ​ແລະ ບັນດາ​ວິ​ສາ​ຫະກິດ​ຂອງ​ອາ​ຊຽນ ຍາດ​ແຍ່ງ​ກາລະ​ໂອກາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ລົງທຶນ. ຍາມ​ໃດ​ຈີນ ກໍ​ຖື​ບັນດາ​ປະ​ເທດ​ອາ​ຊຽນ ​ແມ່ນ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ, ລົງທຶນ​ຂອງ​ຕົນ, ພ້ອມ​ກັນ​ນັ້ນ​ຊົມ​ເຊີຍ ​ແລະ ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ບັນດາ​ນັກ​ລົງທຶນ​ຂອງ​ອາ​ຊຽນ ​ເຂົ້າມາ​ຮ່ວມ​ມື​ລົງທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຈີນ, ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ພາກ​ກາງ ​ແລະ ພາກຕາ​ເວັນ​ຕົກ, ​ແຫ່ງ​ທີ່​ຍັງ​ມີ​ຄວາມ​ສາດບົມຊ້ອນ, ທ່າ​ແຮງ​ໃນ​ການ​ຮ່ວມ​ມື.

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ຢູ່ຈີນ - ảnh 2
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ

(ພາບ: chinhphu.vn)

​ແລະ​ກໍ​ໃນ​ເວລາ​​ເຂົ້າ​ຮ່ວມ CARXPO ​ແລະ CABIS, ຕອນ​ຄໍ່າ​ວັນ​ທີ 20/9 ​ແລະ ຕອນ​ເຊົ້າ​ວັນ​ທີ 21/9, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ. ​ໃນ​ການ​ຕ້ອນຮັບທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ຫວຽດນາມ ​ແລະ ລາວ​ໄດ້​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​​ໃນ​ການຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ປີ​ມາ​ມັກ​ຄີ​ມິດຕະພາບ​ຫວຽດນາມ - ລາວ 2012 ຢ່າງ​ສົມ​ກຽດ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ປາດ​ຖະໜາ​ວ່າ ລັດຖະບານ​ສອງ​ປະ​ເທດ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​​ເຊິ່ງການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ບັນລຸ​ໄດ້ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ຍົກວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ​ໄດ້​ຕົວ​ເລກ​ທີ່​ປະ​ທັບ​ໃຈ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ. ສ່ວນທ່ານນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຢືນຢັນ​ວ່າ ພັກ, ລັດ ​ແລະ ລັດຖະບານ​ລາວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສືບ​ຕໍ່​ເພີ່ມ​ພູນ​ຄຸນ​ສ້າງ​ການ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ​ລະຫວ່າງ​ລາວ - ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ໃຫ້​ບັນລຸ​ໄດ້​ປະສິດທິ​ຜົນ​ອັນ​ແທດ​ຈິງ, ພ້ອມ​ກັນ​ນັ້ນສືບຕໍ່ດຳ​ເນີນ​ບັນດາ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ ຢູ່​ທຸກ​ຂັ້ນ​ເປັນ​ປະຈຳ ກໍ​ຄື​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນສອງ​ປະ​ເທດ ​ເພື່ອ​ແນ​ໃສ່​ເພື່ອ​ທະວີ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ສອງ​ປະ​ເທດ​.

​​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກໍ​ໄດ້​ຕ້ອນຮັບທ່ານ​ປະທານ​ນາ​ທິບໍດີ​ມ້ຽນ​ມາ Thein Sein ຢ່າງ​ສະໜິດສະໜົມ.

ຮອດ​ຕອນ​ທ່ຽວ​ວັນ​ທີ 21/9, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ກັບ​ຄືນ​ເມື່ອ​ປະ​ເທດ, ສິ້ນ​ສຸດ​​​ການ​ເຄື່ອນ​ໄວຢ້ຽມຢາມຢູ່​ໜານ​ໜີງ, ​ແຂວງ​ກາງ​ສີ, ປະ​ເທດ​ຈີນ ຢ່າງ​ຈົບງາມ.

ຂ່າວ/ບົດ​ອື່ນ