ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຂອບເຂດການຢ້ຽມຢາມ ໂອຕຣິດ ຢ່າງເປັນທາງການ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ໂອຕຣິດ ຢ່າງເປັນທາງການ, ຕອນເຊົ້າວັນທີ 15 ຕຸລາ ຢູ່ນະຄອນ ວຽນ, 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ຕ່າວງອັກຕູ໋, ປະທານກຸ່ມບໍລິສັດ ເຕີນຫວຽດ ທີ່ເຄື່ອນໄຫວໃນຂົງເຂດອະສັງຫາລິມະຊັບ ແລະ ສະບຽງອາຫານ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ທ່ານ ຕ່າວງອັກຕູ໋ ຍາມໃດກໍ່ອ່ວາຍໜ້າເມືອຫາປະເທດຊາດ, ນຳສະຕິປັນຍາ, ຄວາມຮູ້ ແລະ ຄວາມຕັດສິນໃຈຢ່າງແຮງກ້າ, ການລົງທຶນດຳເນີນທຸລະກິດສ້າງວຽກເຮັດງານທຳໃຫ້ປະຊາຊົນ ແລະ ປະກອບສ່ວນຊຸກຍູ້ການພັດທະນາປະເທດຊາດ; ພ້ອມທັງພັດທະນາຢ່າງແຮງບັນດາຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ ຫວຽດນາມ ອອກສູ່ໂລກ.

       ແລະກໍ່ໃນຕອນເຊົ້າວັນທີ 15 ຕຸລາ, ທີ່ນະຄອນຫລວງ ວຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະສະມາຄົມຊາວ ຫວຽດນາມ ອາໄສຢູ່ ເອີຣົບ ແລະ ສະມາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ. ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຂອງສະຫະສະມາຄົມຊາວ ຫວຽດນາມ ອາໄສຢູ່ ເອີຣົບ ແລະ ສະມາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ໄດ້ເສີມຂະຫຍາຍຄວາມສາມັກຄີທີ່ເປັນມູນເຊື້ອ ແລະ ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ. ທ່ານນາຍົກລັດຖະມົນຕີໃສ່ໃຈວ່າ  ສະຫະສະມາຄົມຊາວ ຫວຽດນາມ ອາໄສຢູ່ ເອີຣົບ ແລະ ສະມາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ເອົາໃຈໃສ່ເປັນພິເສດຂົນຂວາຍພໍ່ແມ່ປະຊາຊົນເຄົາລົບປະຕິບັດກົດໝາຍຂອງປະເທດປະຈຳຖິ່ນ; ເສີມຂະຫຍາຍຈິດໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ