ການເຄື່ອນໄຫວຂອງທ່ານປະທານປະ ເທດ Truong Tan Sang ຢູ່ເລັດເຊຍ

ການເຄື່ອນໄຫວຂອງທ່ານປະທານປະ ເທດ Truong Tan Sang ຢູ່ເລັດເຊຍ - ảnh 1
(ພາບປະກອບ)

(vovworld) -     ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກ​ອງປະຊຸມ APEC 2012, ທ່ານປະທານ​ປະ​ເທດຫວຽດນາມ Truong Tan Sang ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າຜູ້​ມີ​ອຳນາດ​ເຕັມ​ຂອງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ ຢູ່​​ເຂດຕາ​ເວັນອອກ​ໄກ ທັງ​ເປັນ​ລັດຖະມົນຕີ​ຮັບຜິດຊອບ​ການ​ພັດທະນາ​ເຂດ​ຕາ​ເວັນ​ອອກ​ໄກ Viktor Ishayev ​ແລະ ຂ້າ​ຫຼວງເຂດ Primorie ທ່ານ Vladimir Miklushevsky. ທີ່​ການ​ແລກ​ປ່ຽນ​ກັບ​ທ່ານ Viktor Ishayev, ທ່ານ​ປະທານ​ປະ​ເທດ Truong Tan Sang ​ຖື​ວ່າ ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ເຂດ​ຕາ​ເວັນ​ອອກ​ໄກ, ​ເພາະ​ນີ້​ແມ່ນ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ​້ອນຫຼາຍ​ຢ່າງ​ເຊິ່ງລັດ​ເສຍ ມີ​ນະ​ໂຍບາຍ​ພັດທະນາ​​ໄລຍະ​ຍາວ​ຮອດ​ປີ 2025. ທ່ານປະທານ​ປະ​ເທດ Truong Tan Sang ກໍ​ສະ​ເໜີ​ບັນດາ​ໂອກາດ​ຮ່ວມ​ມື​ໃນ​ຕໍ່ໜ້າ​ຄື ສ້າງ​ສາຍ​ການ​ບິນ​ໂດຍ​ກົງ​ລະຫວ່າງ​ຫວຽດນາມ ​ແລະ ​ເຂດ​ຕາ​ເວັນ​ອອກ​ໄກ ສ້າງ​ຄວາມ​ສະ​ດວກ​ໃຫ້ການ​ແລກປ່ຽນ​ຄ້າຂາຍ. ພ້ອມ​ກັບ​ການ​ຮ່ວມ​ມື​ຂຸດ​ຂົ້ນດ້ານ​ນ້ຳມັນອາຍ​ແກ​ດ, ຫວຽດນາມ ປາດຖະໜາ​ ຢາກ​ລົງທຶນ​ໂດຍ​ກົງ ​ແລະ ສ້າງ​ຕັ້ງ​ບັນດາ​ບໍລິສັດ​ຮ່ວມ​ທຸລະ​ກິດ​ເພື່ອ​ຜະລິດ, ຂຸດ​ຄົ້ນປຸງ​ແຕ່ງບັນດາ​ຜະລິດ​ຕະພັນ​ເຊິ່ງຫວຽດນາມ ມີ​ທ່າ​ແຮງ​ຄື້ ຂຸດ​ຄົ້ນ​ບໍ່​ແຮ່, ປຸງ​ແຕ່ງ​ເຄື່ອງ​ເຟີ​ນິ​ເຈີ, ຜະລິດ​ຕະພັກ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ… ພ​້ອມກັນ​ນັ້ນ, ຫວຽດນາມ ​ໄດ້​ກຽມພ້ອມ​ຕ້ອນຮັບ​ບັນດາ​ວິ​ສາ​ຫະກິດ​ຂອງ​ລັດ​ເຊຍ​ເວົ້າ​ລວມ ​ແລະ ​ເຂດ​ຕາ​ເວັນ​ອອກ​ໄກ​ເວົ້າ​ສະ​ເພາະ ມາ​ລົງທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດນາມ. ສ່ວນ​ທ່ານ Viktor Ishayev ​ໄດ້​ຕີ​ລາຄາ​ສູງ​ຄວາມ​​ເອົາ​ໃຈ​ໃສ່ຮ່ວມ​ມືລົງ​ທຶນ​​ຂອງ​ຫວຽດນາມ ​ເຂົ້າ​ຂົງ​ເຂ​ດ ​ແລະ ຢືນຢັນ​ວ່າ ລັດ​ເຊຍ ພວມ​ຊອກ​ຫາ​ເປີດ​ກວ້າງ​ຄູ່​ຮ່ວມ​ມື​ໃນ​ນັ້ນ ຊຸມ​ໃສ່​ເຂົ້າ​ໃນ​ເຂດ​ອາຊີ - ປາຊີ​​ຝິກ. ທ່ານ Viktor Ishayev  ​ໄດ້​ເຫັນ​ດີຕໍ່​ເລື່ອງ​ເບີດ​ສາຍ​ການ​ບິນ​ໂດຍ​ກົງ​ລະຫວ່າງ​ຫວຽດນາມ - Vladivostok, ພ້​ອມກັນ​ນັ້ນ ກໍ​ແນະນຳ​ຄວາມ​ສາມາດ​ບົ່ມຊ້ອນ​ແງ່​ຫວັງ​​ໃນການ​ຮ່ວມ​ມື ​ໂດຍ​ສະ​ເພາະ​ແມ່ນ​ຂຸດ​ຄົ້ນສົ່ງ​ອອກ​ນ້ຳມັນ​ເຊື້ອ​​​ໄຟ, ປຸງ​ແຕ່ງ​ເຄື່ອງເຟີ​ນິ​ເຈີ, ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ…

        ​ໃນ​ການ​ຕ້ອນຮັບທ່ານ Vladimir Miklushevsky, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ເນັ້ນ​ໜັກ​ວ່າ ​ເລື່ອງ​ເປີດ​ກວ້າງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ພື້ນກັບ​ຄູ່​ຮ່ວມ​ມື​ຫວຽດນາມ ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ເຂດ Primorie ​ເວົ້າ​ສະ​ເພາະ ກໍ​ຄື​ປັບປຸງ​ນ້ຳ​ໃຈມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ