ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມ ບີງມິງຢູ່ລາວ

ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມ ບີງມິງຢູ່ລາວ - ảnh 1
​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດສະມາ​ຄົມ​
ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN) ຄັ້ງ​ທີ 49

(vovworld) – ວັນ​ທີ 24/07, ນອກ​ກອງປະຊຸມມື້​ທຳ​ອິດ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດສະມາ​ຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN) ຄັ້ງ​ທີ 49 (AMM 49), ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມີ​ງ ສືບ​ຕໍ່​ມີ​ບັນດາ​ການ​ພົບ​ປະ, ​ແລກປ່ຽນ 2 ຝ່າຍ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສິງກະ​ໂປ ​ແລະ ອິນ​ໂດ​ເນ​ເຊຍ.

        ທີ່​ການ​ພົບ​ປະ​ແລກປ່ຽນ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສິງກະ​ໂປ ທ່ານ Vivian Balakrisnan ພາຍຫລັງ​ພິທີ​ໄຂ AMM – 49, 2 ຝ່າຍ​ເຊື່ອ​ໝັ້ນ​ວ່າ ການຢ້ຽມຢາມ​ທາງ​ລັດຖະກິດ​ຈະ​ມາ​ເຖິງຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຈະນຳ​ການ​ພົວພັນ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ສືບ​ຕໍ່​ບັນດາ​ໂຄງການ​ຮ່ວມ​ມື​ເສດຖະກິດ​ໄລຍະ​ຍາວ, ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ໂຄງການ​ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ (VSIP), ​ເຫັນ​ດີ​ເປັນ​ເອກະ​ພາບບຸລິມະສິດ​ຊຸກຍູ້ VSIP ສຸມ​ໃສ່​ເຂົ້າ​​ໃນ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ໃໝ່,​ເຊື່ອ​ມຕໍ່​ກັບ​ບັນດາ​ໂຄງການ​ວິ​ສາ​ຫະກິດ​​ເລີ່​ມດ​ຳ​ເນີນ​ທຸລະ​ກິດ. 2 ຝ່າຍ​ເຫັນ​ດີ​ເປັ​ເອກະ​ພາບ​ສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ ອາ​ຊຽນ ​ແລະ ຢູ່​​ບັນດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ, ຍົກ​ສູງ​ຄວາມ​ສາມັກ​ຄີ ອາ​ຊຽນ, ຮັກສາ​ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ, ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລ​ະ ພັດທະນາ​ຢູ່​ພາກ​ພື້ນ.

        ທີ່​ການ​ພົບ​ປະ​ກັບ​ທ່ານ Retno Marsudi ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ, 2 ຝ່າຍ​​ເຫນ​ດີ​ເປັນ​ເອກະສັນ ສືບ​ຕໍ່​ຍູ້​ແຮງ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​​ໃຫ້​ມີ​ຄວາມ​ແທດ​ຈິງ​ ​ແລະ ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ບັນດາ​ການ​ຢ້ຽມຢາມ, ຍົກ​ສູງ​​ບັນດາ​ກົນ​ໄກ​ຮ່ວມ​ມືຢ່າງມີປະສິດທິ​ຜົນ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື ອາ​ຊຽນ ​ແລະ ຢູ່​ບັນດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ, ​ເພີ່ມ​ທະວີຄວາມ​ສາມັກຄີ ​ແລະ ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ​ຢູ່​ພາກ​ພື້ນ.

 ​

ຂ່າວ/ບົດ​ອື່ນ