ການເຄື່ອນໄຫວຂອງທ່ານເຈີນດ້າຍກວາງ,ປະທານປະເທດຫວຽດນາມຢູ່ລັດເຊຍ

(VOVWORLD) -ຕອນບ່າຍວັນທີ 29 ມິຖຸນາ ຕາມເວລາທ້ອງຖິ່ນ, ຢູ່ ນະຄອນຫລວງ ມົດສະກູ, ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ໄດ້ຕ້ອນຮັບທ່ານປະທານພັກກອມມູນິດ ລັດເຊຍ Gennady Ziuganov. 
ການເຄື່ອນໄຫວຂອງທ່ານເຈີນດ້າຍກວາງ,ປະທານປະເທດຫວຽດນາມຢູ່ລັດເຊຍ - ảnh 1

ນະທີ່ນີ້ ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນ: ພັກ, ລັດ  ແລະ ປະຊາຊົນຫວຽດນາມຍາມໃດກໍຈົດຈ່ຳ, ເຄົາລົບ ແລະ ສະແດງຄວາມຮູ້ບຸນຄຸນບັນດາອາລົມຈິດ ພ້ອມກັບການຊ່ວຍເຫລືອອັນລ້ຳຄ່າຊື່ງນັກກອມມູນິດ ແລະ ປະຊາຊົນ ລັດເຊຍ ສະຫງວນໃຫ້ແກ່ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດກ່ອນນີ້ ກໍຄືໃນກິດຈະການປົກປັກຮັກສາ ແລະ ສ້າງສາປະເທດຊາດປະຈຸບັນ ແລະ ປາດຖະຫນາຢາກເພີ່ມທະວີ, ຊຸກຍູ້ ເພື່ອໃຫ້ຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນ, ແທດຈິງ. ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີໃຫ້ສອງພັກ ສືບຕໍ່ເພີ່ມທະວີການຮ່ວມມືດ້ານການເມືອງ, ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ, ສົມທົມກັນກະທຳຢ່າງທັນການ, ປະກອບສ່ວນຊຸກຍູ້ພັດທະນາການພົວພັນຮ່ວມມືສອງຝ່າຍ, ພິຈາລະນາຈັດຕັ້ງບັນດາການເຄື່ອນໄຫວພົວພັນແລກປ່ຽນຊາວຫນຸ່ມຂອງສອງພັກ ເພື່ອສຶກສາໃຫ້ລຸ້ນຫນຸ່ມກ່ຽວກັບມູນເຊື້ອຮ່ວມມືລະຫວ່າງສອງພັກ ແລະ ປຊະຊົນສອງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ