ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢູ່ຍີ່ປຸ່ນ

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢູ່ຍີ່ປຸ່ນ - ảnh 1
( ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ແລະ
ທ່ານ​ປະທານ​ສະພາ​ສູງ Masaaki Yamazaki )

(vovworld) –​​​ ​ ​ຕອນ​ບ່າຍ​ວັນ​ທີ 16/9, ທີ່​ການ​ພົບ​ປະ​ເຈລະຈາ​ຢູ່​ສຳນັກງານ​ສະພາ​ສູງ ຍີ່ປຸ່ນ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ເນັ້ນໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື ຍີ່ປຸ່ນ ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບໜຶ່ງ ​ແລະ ຍາວ​ນານ. ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ການ​ຕ່າງປະ​ເທດທີ່ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກ້ວາງ​ຂວາງ​ ຫວຽດນາມ - ຍີ່ປຸ່ນ ຢ່າງ​ຮອບດ້ານ ​ແລະ ເລິກ​ເຊິ່ງກ່ວາອີກ; ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການຂອງ 2 ປະ​ເທດ, ​ໃນ​ນັ້ນ ມີ​ການ​ພົວພັນ​ແລກປ່ຽນ ​ແລະ ການຮ່ວມ​ມື​ລະຫວ່າງສະພາ​ແຫ່ງ​ຊາດ ຫວຽດນາມ ກັບ ສະພາ​ສູງ ຍີ່ປຸ່ນ ທັງ​ໃນການ​ພົວພັນຮ່ວມ​ມື 2 ຝ່າຍ ​ແລະ ຫລາຍ​ຝ່າຍ.

        ສ່ວນທ່ານ​ປະທານ​ສະພາ​ສູງ Masaaki Yamazaki ຢືນຢັນ​ວ່າ: ສະພາ​ສູງ ຍີ່ປຸ່ນ ຍາມ​ໃດ​ກໍ​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ບຸລິມະສິດ​ສູງ​ໃຫ້​ແກ່​ກາ​ນພົວພັນ​ຮ່ວມ​ມື​ກັບ ຫວຽດນາມ; ປາດ​ຖະນາ​ຢາກ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນລະຫວ່າງ ສະພາ​ແຫ່ງ​ຊາດ 2 ປະ​ເທດ.

​ແລະ​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​​ມາຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ພົບ​ປະ​ກັບ​​ຊາວ ຫວຽດນາມ ​ທີ່​ພວມ​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ ຍີ່ປຸ່ນ. ​​ເມື່ອໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ ຊາວ ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ ຍີ່ປຸ່ນ. ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ​ວ່າ: ​ຊາວ ຫວຽດນາມ ​ແຕ່ລະຄົນ ​ໃນ​ນັ້ນ​ມີ​ຊາວ​ພວມ​ດຳລົງ​ຊີວິດ​ຢູ່ ຍີ່ປຸ່ນ ຕ້ອງ​ມີ​ຄວາມ​ຮັບຜິດ​ຊອບຕໍ່​ປະ​ເທດ​ຂອງ​ຕົນ​ກ່ວາ​ອີກ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ປາດ​ຖະໜາ​ວ່າ: ບັນດາ​ລຸ້ນໜຸ່ມ​ພວມ​ຮ່ຳຮຽນຢູ່ ຍີ່ປຸ່ນ ຕ້ອງ​ມານະ​ພະຍາຍາມ​ຮ່ຳຮຽນ, ​ເມື່ອ​ກັບ​​ເມື່ອ​ປະ​ເທດ ຈະປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ