ການເຄື່ອນໄຫວຂອງປະທານປະເທດເຈືອງເຕີນຊາງຢູ່ຍີ່ປຸ່ນ

ການເຄື່ອນໄຫວຂອງປະທານປະເທດເຈືອງເຕີນຊາງຢູ່ຍີ່ປຸ່ນ - ảnh 1
ພິທີຕ້ອນຮັບທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງຖືກຈັດຂຶ້ນຢ່າງສົມກຽດ

(vovworld)- ​ໃນ​ການ​ຢ້ຽມຢາ​ມທາງ​ລັດຖະກິດ​ເຖິງ​ຍີ່​ປຸ່ນຕາມ​ຄຳ​ເຊີນ​ຂອງ​ພະເຈົ້າ​ຈັກກະພັດ ຍີ່​ປຸ່ນ Akihito ​ແລະ​ພະ​ລາຊາ​ນີ, ຕອນ​ເຊົ້າ​ວັນ​ທີ 17/3, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ ​ໄດ້​ພົບ​ປະ​ແລກ​ປ່ຽນ​ຄຳ​ເຫັນ​ກັບ​ພະ​ເຈົ້າ​ຈັກກະພັດ​ຍີ່​ປຸ່ນ ​ແລະ ພະ​ລາຊາ​ນີ ພາຍຫລັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ.

ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ​​້​ເນ​ັ້ນຫນັກ​ວ່າ: ຍາມ​ໃດ​ຫວຽດນາມ​ກໍ​ບຸລິມະສິດ​ສູງ​ສຸດ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ກັບ​ຍີ່​ປຸ່ນ ​ແລະ ປາດ​ຖະຫນາ​ຢາກ​ພັດທະນາ​ການ​ພົວພັນ​ອັນ​ດີງາມ​ນີ້​ກວ່າ​ອີກ, ຕອບ​ສະຫນອງ​ຜົນ​ປະ​ໂຫຍ​ດ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ຕ້ອນຮັບ​ທ່ານ Masahiro Sacane, ຮອງ​ປະທານ​ສະຫະພັນ​ເສດຖະກິດ​ຍີ່ປຸ່ນ ​ແລະ ​ເຂົ້າ​ຮ່ວມ​ການ​ພົບ​ປະ​ເຈລະຈາ​ນະ​ໂຍບາຍ​ກັບ​ການ​ນຳ​ກຸ່ມ​ບໍລິສັດ​ໃຫຍ່​ຂອງ​ຍີ່​ປຸ່ນ. ທ່ານ​ປະ​ທານ​ປ​ະ​ເທດ​ເຈືອງ​ເຕີນ​ຊາງ ສະ​ເຫ​ນີບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ເອົາ​ໃຈ​ໃສ່​ຮ່ວມ​ມື​ກັບ​ລັດຖະບານ ​ແລະ ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ຂົງ​ເຂດ​ການ​ສຶກສາ​ບຳລຸງ​ສ້າງ ​ເພື່ອ​ສະ​ຫນອງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ​ໃຫ້​ແກ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ: ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ຍີ່​ປຸ່ນ ​ເວົ້າ​ສະ​ເພາະ. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີ​ນຊາງ ​ໄດ້​ເຂົ້າ​ຮວມ​ເວທີ​ປາ​ໄສ ວິ​ສາ​ຫະກິດ​ຫວຽດນາມ - ຍີ່​ປຸ່ນ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ປາດ​ຖະຫນາດ​ຢາກ​ບັນດາ​ວິ​ສາ​ຫະກິດ ຍີ່​ປຸ່ນ ​ເປີດ​ກວ້າງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​ຢ່າງ​ຍາວ​ນານ​ຢູ່​ຫວຽດນາມ, ​ເປັນ​ຕົ້ນ​ໃນ​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ພະ​ລັງ​ງານ,​ ຕໍ່​ກຳ​ປັ່ນ, ຜະລິດ​ໂອ​ໂຕ ​ແລະ ​ເຄື່ອງ​ອາ​ໄລ່​ໂອ​ໂຕ, ອຸດສາຫະກຳ​ສຳຮອງ, ​ເຕັກ​ໂນ​ໂລ​ຊີ​ສື່ສານ, ​ເອ​ເລັກ​ໂຕ​ນິກ, ກະສິກຳ, …

​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເປັນ​ສັກ​ຂິພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຍີ່​ປຸ່ນ ​ແລະ ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ.

 

 

 

ຂ່າວ/ບົດ​ອື່ນ