ການເຄື່ອນໄຫວຂອງຮອງນາຍົກລັດຖະມົນຕີສິງກະໂປຢູ່ນະຄອນໂຮ່ຈິມິນ

(VOVWORLD) -ວັນທີ 25 ມີນາ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ ຊຽວຈູງສຽນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປະສານງານການປ້ອງກັນຄວາມສະຫງົບແຫ່ງຊາດສິງກະໂປ ທີ່ພວມຢູ່ຢ້ຽມຢາມຫວຽດນາມ.

ການເຄື່ອນໄຫວຂອງຮອງນາຍົກລັດຖະມົນຕີສິງກະໂປຢູ່ນະຄອນໂຮ່ຈິມິນ - ảnh 1 ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ ຕ້ອນຮັບທ່ານ ຊຽວຈູງສຽນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປະສານງານການປ້ອງກັນຄວາມສະຫງົບແຫ່ງຊາດສິງກະໂປ

(ພາບ: hcmcpv.org.vn)

ປະຈຸບັນ ສິງກະໂປ ໄດ້ມີກວ່າ 1.000 ໂຄງການລົງທຶນ ແລະ ແມ່ນໜຶ່ງໃນຈຳນວນບັນດາປະເທດທີ່ມີເງິນລົງທຶນຫຼາຍກວ່າໝູ່ຢູ່ນະຄອນໂຮ່ຈິມິນ. ໃນການກຳນົດທິດສ້າງເຂດຕົວເມືອງອັດສະລິຍະ, ນະຄອນໂຮ່ຈິມິນ ພວມປາດຖະໜາສິງກະໂປ ແບ່ງປັນບົດຮຽນ. ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ ຈະໄດ້ຮັບຄວາມເອົາໃຈໃສ່ຂອງສິງກະໂປ ກ່ຽວກັບບັນຫາດັ່ງກ່າວ, ພ້ອມກັບການເພີ່ມທະວີການພັດທະນາເຂດຕົວເມືອງທີ່ທັນສະໄໝ ແລະ ຮັກສາເຂດດັ້ງເດີມຂອງນະຄອນໂຮ່ຈິມິນ.

        ສ່ວນທ່ານ ຊຽວຈູງສຽນ, ໄດ້ສະແດງຄວາມເພິງພໍໃຈກ່ຽວກັບໝາກຜົນການພົວພັນຄູ່ຮ່ວມມືຍຸດທະສາດຂອງ 2 ປະເທດໃນໄລຍະຜ່ານມາ ແລະ ຫວັງວ່າ, ຫວຽດນາມ ແລະ ສິງກະໂປ ສືບຕໍ່ແມ່ນຄູ່ຮ່ວມມືສຳຄັນໃນອະນາຄົດ.

        ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຊຽວຈູງສຽນ ໄດ້ເຂົ້າຮ່ວມພິທີເປີດສະຫຼອງ ຫ້ອງການໃໝ່ຂອງສະຖານກົງສູນສິງກະໂປ ປະຈຳນະຄອນໂຮ່ຈິມິນ.

ຕອບກັບ

ຂ່າວ/ບົດ​ອື່ນ