ການເຄື່ອນໄຫວດົນຕີປະສານສຽງ “ຫວຽດນາມ ແຫ່ງຄວາມຮັກ” ໄດ້ໄປເຖິງຊາວໜຸ່ມຜູ້ປະສົບກັບຄວາມຫຍຸ້ງຍາກ

(VOVWORLD) - ຄ່ຳຄືນສະແດງດົນຕີແມ່ນຂອງຂວັນທີ່ລ້ຳຄ່າ ສະຫງວນໃຫ້ຊາວໜຸ່ມທີ່ມາຈາກບັນດາສູນອຸປະກາລະສັງຄົມ, ບ້ານເດັກ
ການເຄື່ອນໄຫວດົນຕີປະສານສຽງ “ຫວຽດນາມ ແຫ່ງຄວາມຮັກ” ໄດ້ໄປເຖິງຊາວໜຸ່ມຜູ້ປະສົບກັບຄວາມຫຍຸ້ງຍາກ - ảnh 1ການສະແດງດົນຕີປະສານສຽງ “ຫວຽດນາມ ແຫ່ງຄວາມຮັກ”
(ພາບ: TTXVN)

ຕອນຄ່ຳວັນທີ 29 ມິຖຸນາ, ການເຄື່ອນໄຫວສະແດງດົນຕີປະສານສຽງ “ຫວຽດນາມ ແຫ່ງຄວາມຮັກ” ໄດ້ຈັດຂຶ້ນຢູ່ນະຄອນ ເຫ້ວ. ຄ່ຳຄືນສະແດງດົນຕີແມ່ນຂອງຂວັນທີ່ລ້ຳຄ່າ ສະຫງວນໃຫ້ຊາວໜຸ່ມທີ່ມາຈາກບັນດາສູນອຸປະກາລະສັງຄົມ, ບ້ານເດັກ ຫຼື ບັນດາຜູ້ມີຄວາມສ່ຽງສູງກວ່າເພີ່ນ, ຄົນພິການ… ຢູ່ ເທື່ອທຽນ - ເຫ້ວ. ບໍ່ພຽງແຕ່ໄດ້ຮັບຟັງຮັບຊົມການສະແດງດົນຕີເທົ່ານັ້ນ, ຫາກພວກນ້ອງຍັງໄດ້ຝຶກຮ້ອງເພງ, ສະແດງພ້ອມກັບວົງດົນຕີປະສານສຽງໃນລາຍການນຳອີກ.

ນີ້ແມ່ນຄັ້ງທຳອິດທີ່ວົງດົນຕີປະສານສຽງ ຢໍ໊ແຊັງ ເກືອບ 200 ສະມາຊິກສະແດງຢູ່ ເຫ້ວ ແລະ ແມ່ນໜຶ່ງໃນຈຳນວນສະຖານທີ່ 3 ແຫ່ງໃນການເຄື່ອນໄຫວຈັດການສະແດງດົນຕີປະສານສຽງ ໃນປີ 2024.

ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2019, ວົງດົນຕີປະສານສຽງ ຢໍ໊ແຊັງ ແມ່ນວົງດົນຕີປະສານສຽງປະຊາຄົມທຳອິດ, ໃຫຍ່ທີ່ສຸດຢູ່ ຫວຽດນາມ. ເປົ້າໝາຍຂອງວົງດົນຕີແມ່ນນຳສິລະປະປະສານສຽງດົນຕີເຂົ້າໃກ້ກັບທຸກຄົນກວ່າ, ນຳໃຊ້ສຽງດົນຕີເພື່ອເຊື່ອມຕໍ່ມະນຸດດ້ວຍກັນ, ພ້ອມກັບນຳມາເຊິ່ງບັນດາຄຸນຄ່າອັນດີງາມໃຫ້ແກ່ປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ