ການເຄື່ອນໄຫວຕອບສະຫນອງວັນYoga ສາກົນ ຄັ້ງທີ3

(VOVWORLD) -ຕອບສະຫນອງວັນ Yoga ສາກົນຄັ້ງທີ 3, ຕອນເຊົ້າວັນທີ 18 ມິຖຸນາ ຢູ່ ນະຄອນດາຫນັງດ ສະມາຄົມມິດຕະພາບ ຫວຽນດາມ - ອິນເດຍ ນະຄອນດາຫນັງ ໄດ້ສົມທົບກັບສະຖານທູດ ອິນເດຍ ແລະ ບັນດາອົງການກ່ຽວຂ້ອງ ຈັດຕັ້ງລາຍການສະແດງ Yoga ເພື່ອຂ່ຳນັບຮັບຕ້ອນວັນ Yoga ສາກົນ 21 ມິຖຸນາ. 
ການເຄື່ອນໄຫວຕອບສະຫນອງວັນYoga ສາກົນ ຄັ້ງທີ3 - ảnh 1 ການເຄື່ອນໄຫວສະເຫລີມສະຫລອງວັນ Yoga ສາກົນ

ນີ້ແມ່ນການເຄື່ອນໄຫວມີຄວາມໝາຍ ປະກອບສ່ວນຍົກສູງດ້ານສຸຂະພາບ ແລະ ຈິດໃຈໃຫ້ແກ່ປະຊາຊົນນະຄອນ ດາຫນັງ ພ້ອມທັງປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນນະຄອນ ດາຫນັງ ກັບປະຊາຊົນ ອິນເດຍ. ກ່ອນຫນ້ານັ້ນ ໃນຕອນຄ່ຳວັນທີ 17 ມິຖຸນາ ຢູ່ ຮ່າໂນ້ຍ ໄດ້ດຳເນີນລາຍການສະເຫລີມສະຫລອງ ວັນ Yoga ສາກົນຄັ້ງທີ 3 ໂດຍມີການເຂົ້າຮ່ວມຂອງຊາວນະຄອນຫລວງ ຮ່າໂນ້ຍ ແລະ ນັກທ່ອງທ່ຽວ ເປັນຈຳນວນຫລວງຫລາຍ. ລາຍການສະເຫລີມສະຫລອງ ວັນ Yoga ສາກົນ ກໍ່ໄດ້ຈັດຂຶ້ນຢູ່ຫລາຍທ້ອງຖິ່ນ, ນະຄອນອື່ນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ