ການເຄື່ອນໄຫວຕອບສະໜອງປີຄອບຄົວຫວຽດນາມ ແລະ ສະເຫຼີມສະຫຼອງວັນຄອບຄົວຫວຽດນນາມ

ການເຄື່ອນໄຫວຕອບສະໜອງປີຄອບຄົວຫວຽດນາມ ແລະ ສະເຫຼີມສະຫຼອງວັນຄອບຄົວຫວຽດນນາມ - ảnh 1
(ພາບປະກອບ)

(vovworld) - ​ເພື່ອຕອບສະໜອງ​ປີ​ຄອບຄົວ​ຫວຽດນາມ ​ແລະ ສະ​ເຫຼີ​ມສະຫຼອງ​ວັນ​ຄອບຄົວ​ຫວຽດນນາມ (ຄື​ວັນ​ທີ 28/06), ຕອນ​ເຊົ້າ​ວັນ​ທີ 23/06, ສະມາຄົມ​ແມ່ຍິງ​ນະຄອນ​ດ່ານັ້ງ ​ໄດ້​ຈັດ​ວັນ​ບຸນ “ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ຄອບຄົວ​ພ້ອມ​ກັນ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ສັງຄົມ ​ແລະ ສ້າງ​ປະຊາຄົມ”. ມີກວ່າ 2000​ ຄົນ​ເຊິ່ງ​ແມ່ນ​ສະມາຊິກ​ສະມາຄົມແມ່ຍິງ ​ແລະ ບັນດາ​ຄອບຄົວ​ຢູ່​ນະຄອນ​ດ່າ​ນັ້ງ​ເຂົ້າ​ຮ່ວມ. ທ່ານ​ນາງ ​​ໂດ້ທິກິມລິ້ງ, ປະທານ​​ສະຫະພັນ​ແມ່ນ​ຍິງ​ນະຄອນ​ດ່າ​ນັ້ງ ​ໃຫ້​ຮູ້​ວ່າ.

        “ສິ່ງ​ທີ​ພວກ​ຂ້າພະ​ເຈົ້າ​ຢາກ​ສົ່ງ​ເຖິງ​ວັນບຸນ​ບັນຫາ​ສ້າງ​ຄອບ​ຄົວ​ທີ່​ອີ່ມໜຳ​ສຳລານ, ຄວາມສະ​ເໝີ​ພາບ, ກ້າວໜ້າ, ຜາ​ສຸກ ບົນ​ພື້ນຖານ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ບົນ​ພື້ນຖານ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຂອບ​ຄົວ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທາງ​ສັງຄົມ ​ແລະ ສ້າງ​ປະຊາ​ຄ​ົມ. ພວກ​ຂ້າພະ​ເຂົ້າ​ຫວັງ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ໃນ​ວັນ​ບຸນ​ນີ້ ຈະ​ນຳ​ມາ​ເຊິ່ງຄວາມ​​ເບີກບານມ່ວນ​ຊື່ນ​ຢ່າງ​ແທ້​ຈິງ ​ເພື່ອ​ໃຫ້​ບັນ​ດາ​ຄອບຄົວ​ມີ​ໂອກາດ​ເຕົ້າ​ໂຮມ​ກັນ, ​ແບ່ງປັນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ. ຜ່ານ​ນັ້ນ ​ແຕ່​ລະ​ຄົນ​ມີ​ສະຕິ​ຮູ້​ສຶກກວ່າ​ກ່ຽວ​ກັບ​ບົດບາດທີ່​ຕັ້ງ​ຂອງ​ຄອບຄົວ”.

        ​ເນື່ອງ​ໃນ​ໂອາກາດ​ນີ້,  ຕອນ​ເຊົ້າ​ວັນ​ທີ 23/06, ຢູ່​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ງານ​​ແຂ່ງ​ຂັນແຕ່ງອາຫານດ້ວຍ​ຫົວ​ຂໍ້​ວ່າ “ອາຫານ 3 ພາກ - ຄອບຄົວ​ໄດ້​ຄະ​ແນນ 10”. ​ງານບຸນແມ່ນ​ໂອກາດເພື່ອ​ເຊີດ​ຊູຄຸມ​ຄ່າ, ບົດບາດ​ຂອງ​ສະມາຊິກ​ໃນ​ຂອບ​ຄົວ, ສ້າງ​ໂອກາດ​ເພື່ອ​ໃຫ້​ບັນດາ​ຄອບຄົວ​​ໄດ້ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ການລ້ຽງ​ດູ ສິດສອນ​ລູກ​ໃຫ​້ດີ, ສ້າງ​ຄອບຄົວ​ທີ່​ຜາ​ສຸກ.
ຂ່າວ/ບົດ​ອື່ນ