ການເຄື່ອນໄຫວຕ່າງໆ ຕອບສະໜອງວັນເພື່ອ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ

ການເຄື່ອນໄຫວຕ່າງໆ ຕອບສະໜອງວັນເພື່ອ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ - ảnh 1
ເບິ່ງແຍງດູແລໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ
(ພາບ: TTXVN)

(vovworld) – ມີ​ການ​ເຄື່ອນ​ໄຫວ​ຫຼາຍຢ່າງ​ຈະ​ຖືກຈັດ​ຕັ້ງ​ເພື່ອ​ຕອບ​ສະໜອງ​ວັນ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ 10/8, ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ (10/0//2004 – 10/01/2014). ທ່ານພົນ​ໂທ ຫງວຽນ​ວັນຣິງ, ປະທານ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ ​ຫວຽດນາມ, ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ມີ​ລັກສະນະ​ສັງຄົມ​ສູງ, ​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນ, ປະກອບ​ສ່ວນ​ຍົກ​ສູງ​​ຄວາມ​ຮູ້​ຂອງ​ວົງ​ຄະນະ​ຍາດ​ກ່ຽວ​ກັບ​ວິນາດ​ສະ​ກຳ​ທາດ​ພິດ​ສີ​ສົ້ມ, ຂົນຂວາຍ​ບັນດາ​ອົງການ, ບຸກຄົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ເຄມີ, ​ເບິ່ງ​ແຍງ​ດູ​ແລ, ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​, ສະໜັບສະໜູນ​ການ​ຕໍ່ສູ້​ທວງ​ເອົາ​ຄວາມ​ຍຸຕິ​ທຳ​ໃຫ້​ແກ່ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຫວຽດນາມ. ບັນດາ​ການ​ເຄື່ອນ​ໄຫວ​ນີ້ ກໍ່​ຊ່ວຍ​ຍົກ​ສູງ​ຄວາມ​​ເອກອ້າງ​ທະ​ນົງ​ໃຈ, ນ້ຳ​ໃຈ​ຮັບຜິດຊອບ  ຂອງ​ຖັນ​ແຖວ​ພະນັກງານ, ສະມາຊິກ​ສະມາຄົມ, ລະດົມຜູ້​ປະສົບ​ເຄາະ​ຮ້າຍ​ ​ແລະ ຄອບຄົວຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ບື່ນຕົວ​ຂຶ້ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວົງ​ຄະນະ​ຍາດ, ຊຸກຍູ້​ຂະ​ບວນການ “​ເຄື່ອນ​ໄຫວ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ”.

ຂ່າວ/ບົດ​ອື່ນ