ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ ວັນຄ້າຍວັນເກີດ ປະທານໂຮ່ຈິມິນ

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ ວັນຄ້າຍວັນເກີດ ປະທານໂຮ່ຈິມິນ - ảnh 1

(ພາບ: baomoi.com)

(vovworld)- ​ເນື່ອງ​ໃນ​ໂອກາດ​ສະ​ເລີມ​ສະຫຼອງ 123 ​ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ, ຕອນ​ເຊົ້າວັນ​ທີ 17/5, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະພັນ​ແຮງ​ງານ​ນະຄອນ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ, ຍ້ອງຍໍ​ຊົມ​ເຊີຍ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແນວ​ຄິດ, ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ມີ 130 ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ດີ​ເດັ່ນ ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ການ​ຂົນຂວາຍ​ ແລະ ປະຕິບັດ​ຕາມ​ແນວ​ຄິດ, ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ປີ 2013.

   ​ແລະ ​ກໍ່​ໃນ​ຕອນ​ເຊົາຂອງ​ວັນ​ດຽວ​ກັນ, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ໄຂງານ​ວາງສະ​ແດງຮູບພາບ​ດ້ວຍຫົວ​ເລື່ອງ “​ໂຮ່ຈິ​ມິນຊື່​ເພິ່ນ​ງາມ​ກວ່າ​ໝູ່“ ​ແລະ “​ແບບຢ່າງ​ຄຸນສົມບັດ​ປະ​ທ່ານ​ໂຮ່ຈິ​ມິນ“. ທ່ານ​ຮິງ​ແທງ​ຫາຍ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ ອົງຄະ​ນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

   “ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ນະ​ຄອນ​ໂຮ່ຈິ​ມິນ ​ໄດ້​ວາງ​ອອກ​ທິດ​ນຳ​ຕັ້ງໜ້າ​ຮ່ຳຮຽນ, ມານະ​ພະຍາຍາມ​ປະຕິບັດຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ສະນັ້ນ, ງານ​ວາງສະ​ແດງ​ກ່ຽວ​ກັບ​ລຸງ​ໂຮ່ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ນະຄອນ ​ເພື່ອ​ແນ​ໃສ່​ໂຄສະນາ, ສຶກສາ​ອົບຮົມ​ກ່ຽວ​ກັບ​ແບບຢ່າງ​ຂອງ​ລຸງ​ໂຮ່. ສິ່ງ​ດັ່ງກ່າວ​ຈະ​ປະກອບສ່ວນ​ຢ່າງ​ໃຫ່ຍຫຼວງ​ເຂົ້າ​ໃນ​ການ​ຍູ້​ແຮງການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“.

ຂ່າວ/ບົດ​ອື່ນ