ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງວັນ ທະຫານເສຍອົງຄະ, ນັກຮົບເສຍສະຫຼະ ຊີວິດເພື່ອຊາດ 27/7

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງວັນ ທະຫານເສຍອົງຄະ, ນັກຮົບເສຍສະຫຼະ ຊີວິດເພື່ອຊາດ 27/7 - ảnh 1
(ພາບ:
baodientu.chinhphu.vn)

(vovworld)-  ສະ​ເຫຼີ​ມສະຫຼອງ​ 66 ປີ​ແຫ່ງວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ ຊີວິດ​ເພື່ອ​ຊາດ (27/7/1947-27/7/2013), ຕອນ​​ເຊົ້າວັນ​ທີ 27/7, ຄະ​ນະຜູ້​ແທນ​ພັກ, ລັດ​ຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາ, ຖະ​ຫວາ​ຍທູບ​ທຽນ​ຢູ່​ອະນຸສາວະລີ​ບັນດາ​ນັກ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ທີ່​ຖະໜົນ​ບັກ​ເຊີນ ​ແລະ ວາງ​ພວງມາລາ, ​ເຂົ້າຢ້ຽມ​ຂ່ຳນັບ​ສຸສານປະທານ​ໂຮ່ຈິ​ມິນ, ການ​ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ຊາດ​ຫວຽດນາມ.

   ​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ອົງຄະ​ນະ​ພັກ​ກອງທັບ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ, ອົງຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ  ​ແລະ ກະຊວງ​ຕຳຫຼວດ​ຫວຽ​ດນາມ, ຄະນະ​ຜູ້​ແທນ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ,  ຄະ​ນະ​ຜູ້​ແທນ​ອົງຄະ​ນະ​ພັກ, ສະພາ​ປະຊາຊົນ, ຄະນະ​ກຳມະການ ປຊຊ ນະຄອນ​ຮ່າ​ໂນ້ຍ ​ແລະ ປຊຊ ທຸກ​ຊັ້ນວັນນະ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ມາ​ອາ​ໄລ​ຫາບັນດາ​ນັກ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ເຂົ້າຢ້ຽມ​ຂ່ຳນັບ​ສຸສານປະທານ​ໂຮ່ຈິ​ມິນ.

    ​ໃນ​ໂອກາດ​ນີ້, ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ບັນດາ​ຄະນະ​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ທະຫານ​ເສຍ​ອົງຄະ, ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ຕໍ່​ການ​ປະຕິວັດ ​ແລະ ໃຕ້​ທຽນ​ສະ​ແດງຄວາມ​ຮູ້​ບຸນຄຸນຢູ່​ເຂດ​ສຸສານນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ຕ່ອນ​ຄ່ຳ​ວັນ​ທີ 26/7, ກ່າວ​ຄຳ​ເຫັນ​ທີ່​ພິທີໃຕ້​ທຽນ​ສະ​ແດງຄວາມ​ຮູ້​ບຸນຄຸນຕໍ່ບັນດາ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່​​​ເຂດ​ສຸສານ​ເມືອງ​ດ້ຽນບ່ານ ​ແຂວງ​ກວາງ​ນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນ​ຟຸກ ​ເນັ້ນໜັກ​ວ່າ:

   “​ເນື່ອງ​ໃນ​ໂອກາດ​ນີ້, ຂ້າພະ​ເຈ​ົ້າຂໍ​​ເວົ້າກັບ​ບັນດາ​ເພື່ອນ​​ລຸ່ນໜຸ່ມ​ໃນປະຈຸ​ບັນ​ນີ້​ວ່າ: ການ​ຕອບ​ບຸນ​ແທນ​ຄຸນ​ລຸ່ນກ່ອນ​ທີ່​ໄດ້​ເສຍ​ສະຫລະ​ຊີວິດ​ເພື່ອ​ປະ​ເທດ​ຊາດ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ ປຊຊ ​ແມ່ນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ​ຫວຽດນາມ ​ແລະ ພວກ​ເຮົາ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ດັ່ງກ່າວ​ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ. ພວກ​ເພື່ອນ​ຈົ່ງ​ເສີມ​ຂະຫຍາຍ​ພູມ​ປັນຍາ, ກຳລັງ​ແຮງ​ໜຸ່ມ​ຫວຽດນາມ ​ເພື່ອ​ປະກອບສ່ວນ​ນຳ​ປະ​ເທດ​ຫວຽດນາມ ນັບ​ມື້​ນັບ​ພັດທະນາ ​ແລະ ວັດ​ທະນະ​ຖາວອນ“

​  ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 26/7, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​​ໄດ້ຈັດ​ລາຍການ ສະ​ແດງ​ສີ​ລະ​ປະ ”ບົດ​ເພງ​ກ່ຽວ​ກັບ​ບັນດາ​ນາງ​ສາວ​ເປີດ​ທາງ” ​ເພື່ອ​ແນ​ໃສ່ສະ​ແດງຄວາມ​ຮູ້​ບຸນຄຸນຕໍ່ກຳລັງ​ຊາວ​ໜຸ່ມ​ຕະລຸມ​ບ່ອນ​ລຸ່ນຕ່າງໆ. ທ່ານ​ນາງ​ໂງ​ທິມິ​ງ ຮອງ​ປະທານ​ກຳມາ​ທິການ​ວັດທະນະທຳ ສຶກສາ​ຊາວ​ໜຸ່ມ ​ແລະ ​ເຍົາວະ​ຊົນ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເນັ້ນໜັກ​ວ່າ:

   ”​ພວກ​ຂ້າພະ​ເຈົ້າມີ​ຄວາມ​​ເຄົາ​ລົບ ​ແລະ ຕື້ນ​ຕັນ​ໃຈ​ທີ່​ສຸດຕໍ່​ການ​ເສຍສະຫຼະ​ຂອງ​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບ່ອນ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ບັນດາ​ບົດ​ເພງ​ນີ້​ຈະ​ຊຸກຍູ້​ລຸ່ນໜຸ່ມ ຕ້ອງ​​ເຫັນ​ໄດ້ຄວາມ​ຮັບຜິດຊອບ, ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ອະດີ​ດຊາວ​ໜຸ່ມ​ຕະລຸມ​ບ່ອນ​ຫຼາຍ​ກ່ວາ​ອີກ ຊື່​ງ​ແມ່ນ​ຜູ້​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ປະ​ເທດ​ຊາດ. ການ​ເຄື​ອ່ນ​ໄຫວ​ນີ້​ຕ້ອງ​ເພີ່ມ​ທະວີຄູນ​ໃນ​ທົ່ວ​ສັງ​ຄົມ”.

 

 

 

ຂ່າວ/ບົດ​ອື່ນ