ການເຄື່ອນໄຫວຕ່າງໆ ໃນຂອບເຂດງານ ພົບປະຫວຽດນາມ 2013

ການເຄື່ອນໄຫວຕ່າງໆ ໃນຂອບເຂດງານ ພົບປະຫວຽດນາມ 2013 - ảnh 1

ສູນ ICISE ຢູ່​ບິງ​ດິ້ງ

(ພາບ:skhcnbinhdinh.gov.vn)

(vovworld)-​  ໃນ​ຂອບ​ເຂດ​ງານ​ພົບ​ປະ​ຫວຽດນາມ 2013, ວັນ​ທີ 12/8, ຢູ່​ນະຄອນ​ກຸຍ​ເຍິນ, ສະມາຄົມ​ພົບ​ປະ​ຫວຽດນາມ ​ແລະ ​ແຂວງ​ບິ່ງ​ດິ້ງ ​ໄດ້​ຈັດ​ພິທີ​ເປີດ​ສະຫຼອງ ​ແລະ ນຳ​ສູນ​ວິທະຍາສາດ-​ການ​ສຶກສາ​ສາກົນ​ລະຫວ່າງ​ຂະ​ແໜງ (ICISE) ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ. ສູນ ICISE  ​ໄດ້​ຮັບ​ການ​ກໍ່ສ້າງ​​ໃນ​ເນື້ອ​ທີ່​ທັງ​ໝົດ​ກ່ວາ 18 ​ແຮັກ​ຕາ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ເກືອບ 2 ລ້ານ USD ຈະ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ບັນດາ​ນັກວິທະຍາສາດ​ຈາກ​ທຸກ​ແຖບ​ຖິ່ນ​ໃນ​ໂລກ​ສາມາດ​ເຕົ້າ​ໂຮມ​ກັນ​ເພື່ອ​ຄົ້ນຄ້ວາ​ວິທະຍາສາດ.

   ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ເນັ້ນໜັກ​ວ່າ: ​ໃນ​ຍຸດ​ທະ​ສາດ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຮອດ​ປີ 2020, ລັດຖະບານ​ຫວຽດນາມ ຢືນຢັນ​ວ່າ​: ການ​ພັດທະນາ​ວິທະຍາສາດ ເຕັກ​ໂນ​ໂລ​ຊີ ພ້ອມ​ກັບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ 1, ​ແມ່ນ​ກຳລັງ​ໜູນ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ຢ່າ​ງ​ໄວວາ ​ແລະ ໝັ້ນຄົງ.

   ພາຍ​ຫລັງພິທີ​ເປີດ​ສະຫຼອງສູນ​ວິທະຍາສາດ-​ການ​ສຶກສາ​ສາກົນ​ລະຫວ່າງ​ຂະ​ແໜງ (ICISE) ຢູ່​ນະ​ຄອນ​ກຸຍ​ເຍິນ ​ແຂວງ​ບິງດິ້ງ, ຄະນະ​ຈັດຕັ້ງງານ​ພົບ​ປະ​ຫວຽ​ດນາມ ຄັ້ງທີ 9 ປີ 2013 ​ໄດ້​ໄຂ​ກອງ​ປະຊຸມ​ວິທະ​ຍາ​ສາດສາກົນ​ຫົວ​ຫົວ​ເລື່ອງ “ປ່ອງຢ້ຽມ​ເພື່ອ​ສັງ​ເກດ​ອາ​ວະ​ກາດ“ ຊື່​ງ​ໄດ້​ດຶງດູດ​ການ​​ເຂົ້າຮ່ວມ​ຂອງ​ນັກວິທະຍາສາດ​ທີ່​ມີ​ຊື່​ສຽງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກ່ວາ 200 ທ່ານ, ​ໃນ​ນັ້ນນັກ​ບາດ 5 ທ່ານ​​ໄດ້​ຮັບ​ລາງວັນ​ໂນ​ແບນ.

 

ຂ່າວ/ບົດ​ອື່ນ