ການເຄື່ອນໄຫວຕ່າງໆກະກຽມບຸນເຕັດ ໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ

ການເຄື່ອນໄຫວຕ່າງໆກະກຽມບຸນເຕັດ ໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ - ảnh 1

(ພາບປະກອບ:baobaclieu.vn)

(vovworld) -  ​ໃນ​ຊຸມ​ວັນ​ນີ້, ບັນດາ​ອົງການ​ຈັດຕັ້ງ, ຫົວໜ່ວຍ, ວິ​ສາ​ຫະກິດ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດໄດ້​​ຈັດ​ບັນດາ​ການ​​ເຄື່ອນ​ໄຫວ​ກະກຽມ​ບຸນ​ເຕັດ​ໃຫ້​ຄົນ​ທຸກ​ຍາກ ​ແລະ ເປົ້າໝາຍ​ນະ​ໂຍບາຍ.

  ​ໃນ​ໂອກາດ​​ໃກ້​ຈະ​ຮອດບຸນ​ເຕັດ, ປະຊາຊົນ​ຊົນເຜົ່າ​ສ່ວນ​ໜ້ອຍ​ຢູ່​ຕາ​ແສງ​ຊວນ​ກວາງ 1, ​ເມືອງ​ພູດ​ອຍດົງ​ຊວນ, ​ແຂວງ​ຟູ​ອຽນ ​ໄດ້​ຮັບ​ຂອງ​ຂັວນຈາກ​ບັນດາ​ຫົວໜ່ວຍ, ວິ​ສາ​ຫະກິດ, ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ. ທ່ານ ​ເລ​ຊວນ​ເຟືອງ, ທະຫານ​ເສ​ຍອົງຄະ​ຢູ່​ບ້ານ​ກີ່​ໂລ້, ​ຕາ​ແສງຊວນ​ກວາງ 1 ​ໃຫ້​ຮູ້​ວ່າ:

   “​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ, ລັດ, ຄອບຄົວ​ຂ້າພະ​ເຈົ້າຈະ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ອັນ​ອົບ​ອຸ່ນ, ​ເບີກບານ​ມ່ວນ​ຊື່​ນ. ທາງ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ​ເມືອງ​ມອບ​ຂອງຂວັນ​ທີ່​ມີ​ມູນ​ຄ່າ 500.000 ດົ່ງ

   ທາງ​ແຂວງ​ຟູ​ອຽນ ​ໄດ້​ຫັກ​ຈາກ​ງົບປະມານ​ແຂວງ​ຈຳນວນ​ເງິນ 9 ຕື້​ດົ່ງ​ເພື່ອ​ມອບ​ຂອງຂວັນ​ໃຫ້​ເປົ້າໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​ໃນ​ແຂວງ​ລວມ 22.000 ຄົນ.

  ສ່ວນ​ທ່ານ​ໂດ໋ວັນ​ຈິງ, ຮອງ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

   “​ໃນ​ໂອກາດ​ບຸນ​ເຕັດ ປີ​ມະ​ເສ​ງ 2013, ຄະ​ນະ​ພັກ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້ ຊີ້​ນຳ​ຕ້ອງ​ຮັບປະກັນ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ໃນ​ບໍລິ​ເວນ​ນະຄອນ​ສາມາດ​​ໄດ້ ຕ້ອນຮັບ​ບຸນ​ເຕັດ. ນີ້​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ອົງຄະ​ນະ​ພັກຂັ້ນຕ່າງໆ ​ແລະ ອຳນາດ​ການ​ປົກຄອງ“.

 

 

 

ຂ່າວ/ບົດ​ອື່ນ