ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ອິນໂດເນເຊຍ

(VOVWORLD) -ຕອນເຊົ້າວັນທີ 12 ຕຸລາ, ໂດຍສືບຕໍ່ການເຄື່ອນໄຫວຕ່າງໆໃນການເຂົ້າຮ່ວມການພົບປະລະຫວ່າງບັນດາການນຳອາຊຽນ ແລະ ຢ້ຽມຢາມ, ເຮັດວຽກຢູ່ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Rosan Perkasa Roeslani, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າອິນໂດເນເຊຍ.

ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ອິນໂດເນເຊຍ - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Rosan Perkasa Roeslani)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີສະເໜີໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າອິນໂດເນເຊຍ ສະເໜີຕໍ່ລັດຖະບານອິນໂດເນເຊຍ ບັນດາມາດຕະການເພື່ອສ້າງຄວາມສະດວກກວ່າອີກສຳລັບບັນດາຂໍ້ກຳນົດໃຫ້ແກ່ສິນຄ້າທີ່ນຳເຂົ້າຈາກຫວຽດນາມ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ບາລີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Harianto Solichin, ປະທານບໍລິດສັດ PT Nikko Sekuritas Indonesia, ເຊິ່ງແມ່ນໜຶ່ງໃນບັນດາກອງທຶນລົງທຶນເຂົ້າຕະຫຼາດຫຼັກຊັບ ແລະ ການເງິນໃຫຍ່ທີ່ສຸດຂອງອິນໂດເນເຊຍ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ບໍລິສັດ Nikko ຈະສືບຕໍ່ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ລົງທຶນເຂົ້າອິນໂດເນເຊຍ, ກໍ່ຄືໜູນຊ່ວຍວິສາຫະກິດອິນໂດເນເຊຍ ແລະ ບັນດາກຸ່ມບໍລິສັດແຖວໜ້າຂອງພາກພື້ນ, ສາກົນລົງທຶນເຂົ້າຫວຽດນາມ.

        ກໍ່ໃນຕອນເຊົ້າວັນທີ 12 ຕຸລາ, ຢູ່ບາລີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ Budiarsa SastrawinataF ປະທານກຸ່ມບໍລິສັດ Ciputra, ພ້ອມທັງເປັນປະທານສະມາຄົມມິດຕະພາບອິນໂດເນເຊຍ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ