ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢູ່ຍີ່ປຸ່ນ

(VOVWORLD) -ຕອນເຊົ້າວັນທີ 30 ມິຖຸນາ, ພາຍຫຼັງສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20, ຢູ່ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມແຂວງ Wakayyama ແລະ ເຂົ້າຮ່ວມງານບຸນດອກບົວຍີ່ປຸ່ນ - ຫວຽດນາມ ຢູ່ນະຄອນ Kinokawa.

ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢູ່ຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ

ທ່ານ Nikai Toshihiro, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີຍີ່ປຸ່ນ

(ພາບ: TTXVN)

ຢູ່ນະຄອນ Kinokawa, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານ Nikai Toshihiro, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີຍີ່ປຸ່ນ (LDP), ປະທານສຳພັນທະມິດສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ - ຫຽດນາມ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໝີໃຫ້ທ່ານ Nikai Toshihiro ແລະ ການນຳແຂວງ Wakayyama ສືບຕໍ່ສະໜັບສະໜູນການຊຸກຍູ້ລັດຖະບານ, ສະພາແຫ່ງຊາດຍີ່ປຸ່ນ ເພີ່ມທະວີການຮ່ວມມືກັບຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຊົມເຊີຍທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ລັດຖະບານຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມສຸດຍອດ G20 ຢ່າງສຳເລັດຜົນ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ດ້ວຍຖານະເປັນແຂກຖືກເຊີນພິເສດ, ຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາເນື້ອໃນທີ່ໄດ້ປຶກສາຫາລືທີ່ກອງປະຊຸມ ແລະ ສະໜັບສະໜູນບັນດາທັດສະນະຂອງຍີ່ປຸ່ນ.

        ແລະກໍ່ໃນຕອນເຊົ້າວັນທີ 30 ມິຖຸນາ, ຢູ່ນະຄອນ Kinokawa, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມງານບຸນດອກບົວຍີ່ປຸ່ນ - ຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ.

        “ງານບຸນນີ້ແມ່ນພິເສດກວ່າເມື່ອພວກເຮົາໄດ້ຮັບຊົມດອກບົວຂອງຫວຽດນາມ, ໄດ້ເດີນທາງຜ່ານໄລຍະທາງນັບພັນ ກ.ມ ຈາກປະເທດຫວຽດນາມ ທີ່ຫ່າງໄກ ເພື່ອເຊື່ອມຕົວເຂົ້າກັບຄວາມງາມຂອງດວກບົວ Oga ຍີ່ປຸ່ນ. ນັ້ນແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ແກ່ການເຊື່ອມຕໍ່ທາງດ້ານຈິດໃຈຢ່າງເລິກເຊິ່ງ, ໝັ້ນຄົງລະຫວ່າງປະຊາຊົນ 2 ປະເທດພວກເຮົາ. ຫວຽດນາມ ແລະ ຍີ່ປຸ່ນ ມີຄວາມຄ້າຍຄືກັນດ້ານປະເທດຊາດ ແລະ ມະນຸດ, ພ້ອມກັນນັ້ນແມ່ນມີພື້ນຖານວັດທະນະທຳທີ່ເປັນເອກລັກສະເພາະ, ມີມູນເຊື້ອອັນດີງາມ, ຖືມາດຕະຖານຄຸນສົມບັດເປັນສຳຄັນ, ປະຊາຊົນມີຄວາມດູໝັ້ນຂະຫຍັນພຽນ ແລະ ອົງອາດກ້າຫານ”.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 29 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນ Osaka ແລະ ປະຊາຄົມຊາວຫວຽດນາມ ຢູ່ເຂດ Kansai, ປະເທດຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ