ການເຄື່ອນໄຫວຕ່າງໆຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ຢູ່ອາເມລິກາ

(VOVWORLD) -ໂດຍສືບຕໍ່ການຢ້ຽມຢາມອາເມລິກາຢ່າງເປັນທາງການ ແຕ່ວັນທີ 25-27 ມິຖຸນາ, ວັນທີ 26 ມິຖຸນາ, ຢູ່ນະຄອນຫຼວງ Washington, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ໄດ້ມີການພົບປະ ແລະ ເຮັດວຽກກັບລັດຖະມົນຕີການຄ້າ, ຫົວໜ້າ ແລະອະດີດຜູ້ຕາງໜ້າການຄ້າຂອງອາເມລິກາ.
ການເຄື່ອນໄຫວຕ່າງໆຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ຢູ່ອາເມລິກາ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ພົບປະ ແລະ ເຮັດວຽກກັບທ່ານ Robert Lighthizer  ຫົວໜ້າຜູ້ຕາງໜ້າດ້ານການຄ້າຂອງອາເມລິກາ

ທີ່ການພົບປະກັບທ່ານ Willbur Ross ລັດຖະມົນຕີກະຊວງການຄ້າອາເມລິກາ, ທ່ານ Robert Lighthizer  ຫົວໜ້າຜູ້ຕາງໜ້າດ້ານການຄ້າຂອງອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ສະເໜີຝ່າຍອາເມລິກາ, ແກ້ໄຂບັນຫາທີ່ຫວຽດນາມມີຄວາມສົນໃຈຄື ການຮັບຮອງເອົາລະບຽບການດ້ານເສດຖະກິດການຕະຫຼາດ, ບັນດາການຮ້ອງຟ້ອງຕ້ານການຂາຍບຸບລາຄາ, ຕ້ານການໜູນຊ່ວຍສຳລັບຜະລິດຕະພັນທີ່ໄດ້ນຳເຂົ້າຈາກຫວຽດນາມຄື ກຸ້ງ, ຈັກຊັກເຄື່ອງ, ພິຈາລະນາ ແລະ ຍົກເວັ້ນການຈັດວາງພາສີດ້ວຍອັດຕາສູງສຳລັບຜະລິດຕະພັນ ເຫຼັກກ້າ, ອາລູມີຍົມ ທີ່ນຳເຂົ້າຈາກຫວຽດນາມ.

        ໃນການພົບປະກັບທ່ານນາງ ເອກອັກຄະລັດຖະທູດ Charlene Barshefsky, ອະດີດ ຜູ້ຕາງໜ້າດ້ານການຄ້າຂອງອາເມລິກາ, ຜູ້ທີ່ໄດ້ລົງນາມໃນສັນຍາການຄ້າລະຫວ່າງຫວຽດນາມ - ອາເມລິກາ ປີ 2000, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ສະເໜີໃຫ້ທ່ານນາງ Barshefsky ສືບຕໍ່ເອົາໃຈໃສ່, ໜູນຊ່ວຍຊຸກຍູ້ການຮ່ວມມື ເພື່ອຄວາມພັດທະນາລະຫວ່າງສອງປະເທດ, ພິເສດໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ປະກອບສ່ວນເພີ່ມທະວີການພົວພັນ ຄູ່ຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ແລະ ອາເມລິກາ.

        ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ໄດ້ມີການພົບປະກັບທ່ານ Stephen Censky ຮອງລັດຖະມົນຕີຜູ້ທີ 1 ກະຊວງກະສິກຳອາເມລິກາ. ທີ່ການພົບປະ, ທ່ານ ເວືອງດິງເຫວ້ ເນັ້ນໜັກວ່າ ຫວຽດນາມຖືອາເມລິກາ ເປັນຄູ່ຮ່ວມມືການຄ້າສຳຄັນແຖວໜ້າຂອງຫວຽດນາມ, ສະເໜີກະຊວງກະສິກຳອາເມລິກາ ລົງນາມໃນຂໍ້ຕົກລົງແມ່ກ່ຽວກັບ ການຮ່ວມມືໃນຂົງເຂດກະສິກຳກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດຂອງຫວຽດນາມ, ມີໄຫວພິບໃນວິວັດການຕີລາຄາທີ່ຄ້າຍຄືກັນ ແລະ ສ້າງເງື່ອນໄຂສະດວກ ເພື່ອເຄື່ອນໄຫວການສົ່ງອອກປາໜັງຂອງຫວຽດນາມໄປຍັງຕະຫຼາດອາເມລິກາບໍ່ໃຫ້ຖືກຕັດຕອນ.

        ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ໄດ້ມີການພົບປະກັບທ່ານຜູ້ອຳນວຍການໃຫຍ່ທະນາຄານໂລກ ແລະ ຮອງຜູ້ອຳນວຍການກອງທຶນເງິນຕາສາກົນ (IMF).

ຕອບກັບ

ຂ່າວ/ບົດ​ອື່ນ