ການເຄື່ອນໄຫວຕ່າງໆຂອງປະທານສະພາແຫ່ງຊາດມຽນມາຢູ່ຫວຽດນາມ

ການເຄື່ອນໄຫວຕ່າງໆຂອງປະທານສະພາແຫ່ງຊາດມຽນມາຢູ່ຫວຽດນາມ - ảnh 1
​ທ່ານ​ Thura U Shwe Mann, ປະທານ​ສະພາ​ແຫ່ງ​ຊາດ ມຽນມາ ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
(ພາບ: Nguyễn Khang/TTXVN)

(vovworld) – ວັນ​ທີ 7/9, ປະທານ​ສະພາ​ແຫ່ງ​ຊາດ​ ມຽນມາ ທ່ານ Thura U Shwe Mann ​ໄດ້ພົບ​ປະ​ກັບ​ສະຫະ​ສະມາຄົມ​ບັນດາ​ນັກ​ລົງທຶນ ຫວຽດນາມ ຢູ່ ມຽນມາ (AVIM). ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ AVIM ທີ່​ມີ​ຕໍ່​ວິວັດ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ ມຽນມາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Thura U Shwe Mann ​ໃຫ້​ຮູ້​ວ່າ: ມຽນມາ ພວມ​ຕັ້ງໜ້າ​ປະຕິບັດ​ນະ​ໂຍບາຍ​ປ່ຽນ​ໃໝ່, ​ໃນ​ນັ້ນ ຈຸດ​ສຸມ​ແມ່ນ​ການ​ປະຕິ​ຮູບ​ລະບອບ, ​ເປີດ​ປະຕູ​ການຕະຫຼາດ​ເພື່ອ​ພັດທະນາ​ເສດຖະກິດ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ຮັບ​ຮູ້​ບັນດາ​ຂໍ້​ສະ​ເໜີ​ຂອງ​ສະມາຊິກ AVIM, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ມຽນມາ ຫວັງ​ວ່າ: AVIM ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ຂອງ​ຕົນ​ກ່ວາ​ອີກ, ຊຸກຍູ້​ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ມຽນມາ ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ກະສິກຳ, ​ໂຮງ​ແຮມ, ການທ່ອງທ່ຽວ ​ແລະ ການ​ເຄື່ອນ​ໄຫວ​ທະນາຄານ, ການ​ເງິນ, ປະກອບສ່ວນ​ນຳການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​​ແທດ​ຈິງ, ມີ​ປະສິດທິ​ຜົນກ່ວາ​ອີກ.

    ບັນດາ​ສະມາຊິກ AVIM ສູ້ຊົນ​ຮອດ​ປີ 2015, ຍອດ​ເງິນ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ ມຽນມາ ບັນລຸ​ປະມານ 1,5 ຕື້ USD, ນຳ ຫວຽດນາມ ​ເຂົ້າ ບັນ​ຊີລາຍ​ຊື່ 5 ປະ​ເທດ​ລົງທຶນ​ອັນ​ດັບ​ໜຶ່ງ​ຢູ່​ມຽນມາ, ສູ້ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ 650 – 700 ລ້ານ USD.

    ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ບ່າຍ​ວັນ​ທີ 6/9, ທ່ານ​​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງາ​ນສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ມຽນມາ Thura U Shwe Mann, ທ່ານ​​ເລຂາທິການ​ໃຫຍ່ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ເພີ່ມ​ທະວີ​, ​ເປີດ​ກ້ວາງ​ການ​ພົວພັນ​ມິດ​ຕະພາບ ​ແລະ ກາ​ນຮ່ວມ​ມື​ຫຼາຍ​ດ້ານ​ກັບ ມຽນມາ. ສ່ວນ​ທ່ານ Thura U Shwe Mann ຫວັງວ່າ, ຫວຽດນາມ ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ມຽນມາ ​ໃນ​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ, ​ແລກປ່ຽນ​ວັດທະນະທຳ, ພົບ​ປະ​ແລກປ່ຽນ​ປະຊາຊົນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.

    ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 6/9, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກໍ່​ໃຫ້ການ​ຕ້​ອນຮັບ​ທ່ານ​ Thura U Shwe Mann, ປະທານ​ສະພາ​ແຫ່ງ​ຊາດ ມຽນມາ. ທີ່ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢັ້ງຢືນ​ວ່າ: ລັດ ​ແລະ ປະຊາຊົນ ຫວຽດນາມ ຍາ​ມ​ໃດ​ກໍ່​ປາດ​ຖະໜາ ​ແລະ ພ້ອມ​ແລ້ວ​ທີ່ຈະ​ຮ່ວມ​ມື​ກັບ​ລັດ ​ແລະ ປະຊາຊົນ ມຽນມາ, ຊຸກຍູ້​​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ. ຕີ​ລາຄາ​ສູງ​ໝາກຜົນ​ການ​ເຈລະຈາ​ລະຫວ່າງປະທານ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ຫວຽດນາມ - ມຽນມາ, ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້ ອົງ​ການນິຕິ​ບັນຍັດ 2 ປະ​ເທດ ​ເພີ່​ມທະວີ​ການ​ແລກປ່ຽນ​ຄະນະຜູ້​ແທນ, ​ແບ່ງປັນ​ບົດຮຽນ​ໃນ​ບັນດາ​ຂົງ​ເຂດ​ວຽກ​ງານ​ຂອງ​ສະພາ​ແຫ່ງ​ຊາດ.


ຂ່າວ/ບົດ​ອື່ນ