ການເຄື່ອນໄຫວຕ່າງໆຕອບສະໜອງ ວັນໂລກເຊີດຊູຜູ້ບໍລິຈາກເລືອດ

ການເຄື່ອນໄຫວຕ່າງໆຕອບສະໜອງ ວັນໂລກເຊີດຊູຜູ້ບໍລິຈາກເລືອດ - ảnh 1

(ພາບ: qdnd.vn)

( vovworld ) – ຕອນ​ເຊົ້າ​ຂອງ​ວັນ​ທີ່ 7/6, ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ງານ​ຊຸມນຸມ​ມິດ​ຕິງ ລະນຶກວັນ​ໂລກ​ເຊີດ​ຊູ​ຜູ້​ບໍລິຈາກ​ເລືອດ ຄື​ວັນ​ທີ 14/6. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້​ມີ​ການ​ພົບ​ປະ​ແລກປ່ຽນກັບ​ບັນດາ​ແບບຢ່າງ​ໄດ້​ບໍລິຈາກ​ເລືອດ​ອາສາ​ສະໝັກ​ຫຼາຍ​ເທື່ອ, ມອບ​ໃບ​ຍ້ອງຍໍ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ແລະ ສູນ​ກາງ​ສະພາກາ​ແດງ ​ໃຫ້​ແກ່​ບັນດາ​ຜູ້​​ບໍລິຈາກ​ເລືອດ. ທ່ານ Vu Ngoc Linh ຜູ້ມີ​ສະຖິຕິ​ໄດ້​ບໍລິຈາກ​ເລືອດ​ອາສາ​ສະໝັກ 65 ​ເທື່ອ​ໄດ້​ເວົ້າວ່າ:

   “​ເມື່ອ​ເຮົາ​ບໍລິຈາກ​ເລືອດ ​ແມ່ນ​ເຮົ​າ​ໄດ້​ຊ່ວຍ​ໃຫ້​ຜູ້​ຕ້ອງການ​ເລືອດ. ສຳລັບ​ຕົນ​ເອງ​ແລ້ວ, ການ​ບໍລິຈາກ​ເລືອດ​ກໍ່​ດີ​ຕໍ່​ສຸຂະພາບ. ມື້​ນີ້​, ທຸກ​ຄົນ​ໄດ້​​ເຊີດ​ຊູ​ຜູ້​ບໍລິຈາກ​ເລືອດ, ຂ້າພະ​ເຈົ້າກໍ່​ຮູ້ສຶກ​ມີ​ຄວາມສຸກ​ທີ່​ສຸດ ​ແລະ ຈະ​ພະຍາຍາມ​ເພື່ອ​ເຂົ້າຮ່ວມ​ການ​ບໍລິຈາກ​ເລືອດ​ອີກ“

    ​ເນື່ອງ​ໃນ​ໂອກາດ​ນີ້​, ນະຄອນ​ໂຮ່ຈິ​ມິນ  ​ໄດ້​ຈັດການ​ສະຫລຸບ 6 ​ເດືອນ​ຕົ້ນປີ ຂະ​ບວນການ​ບໍລິຈາກ​ເລືອດ. ​ໃນ 6 ​ເດືອນ​ຜ່ານ​ມາ, ທາງ​ນະຄອນ​ໄດ້​ຮັບ​ເລືອດ​ກ່ວາ 90.000 ຖົງ, ບັນລຸ 60% ຄາດໝາຍ​ຂອງ​ປີ 2012. ​ແຕ່​ນີ້​ຮອດ​ທ້າຍ​ປີ, ທາງ​ນະຄອນ​ຈະສືບ​ຕໍ່ປະຕິບັດ​ໂຄງການ​ບໍລິຈາກ​ເລືອດ​ອາສາ​ສະໝັກ​ໄລຍະ 2009-2015 ດ້ວຍ​ເລື່ອງ​ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ປ່ຽນ​ແປງ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ວົງ​ຄະນາ​ຍາດ​ໃນ​ການ​ບໍລິຈາກ​ເລືອດ.

 

 

 

ຂ່າວ/ບົດ​ອື່ນ